ຫວຽດນາມ ຄ້ວາໄດ້ຫຼຽນຄຳທີ່ງານມະຫາກຳກິລາໂລກ 2017

(VOVWORLD) - ວັນທີ 30 ກໍລະກົດ, ໃນວັນແຂ່ງຂັນທີ 9 ຂອງງານມະຫາກຳກິລາໂລກປີ 2017 (World Games 2017) ທີ່ພວມດຳເນີນຕັ້ງຢູ່ Wroclaw (ປະເທດ ໂປໂລຍ), ນັກມວຍ ຫວຽດນາມ ບຸ່ຍອ໋ຽນລີ  ຄ້ວາໄດ້ຫຼຽນຄຳລະດັບນ້ຳໜັກ 51 ກິໂລກາມ ສຳລັບເພດຍິງ ພາຍຫຼັງທີ່ຕີເອົາຊະນະຕໍ່ນັກກິລາຂອງໄທ ໃນຮອບຊິງສະນະເລີດ.
ຫວຽດນາມ ຄ້ວາໄດ້ຫຼຽນຄຳທີ່ງານມະຫາກຳກິລາໂລກ 2017 - ảnh 1 ນັກມວຍ ຫວຽດນາມ ບຸ່ຍອ໋ຽນລີ

ນີ້ແມ່ນຫຼຽນຄຳທຳອິດທີ່ຄະນະກິລາ ຫວຽດນາມ ຍາດມາໄດ້ທີ່ງານມະຫາກຳກິລາ. ງານມະຫາກຳກິລາໂລກປີ 2017 (World Games 2017) ໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດເມື່ອປີ 1981, ດ້ວຍການແຂ່ງຂັນ 4 ປີເທື່ອໜຶ່ງ, ສຳລັບບັນດາປະເພດກິລາ ຫຼື ບັນດາເນື້ອໃນການແຂ່ງຂັນທີ່ບໍ່ມີໃນລາຍການແຂ່ງຂັນຂອງງານມະຫະກຳກິລາ Olympic. ດ້ວຍ 1 ຫຼຽນຄຳ, ຄະນະນັກກິລາ ຫວຽດນາມ ໄດ້ບືນຕົວຢືນອັນດັບທີ 39 ທົ່ວຄະນະ. World Games 2017 ມີການເຂົ້າຮ່ວມຂອງ 102 ປະເທດ ແລະ ເຂດແຄ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ