ຫວຽດນາມ ຈັດ 3 ຖ້ຽວບິນ ສົ່ງຜູ້ໂດຍສານ ຈີນ ກັບເມືອປະເທດ
(VOVWORLD) -ບໍລິສັດການບິນ ແຫ່ງຊາດຫວຽດນາມ ປະຕິບັດບັນດາມາດຕະການປ້ອງກັນ, ກວດກາ, ກວດເຊື້ອພະຍາດຢ່າງເຄັ່ງຄັດ.
(ພາບປະກອບ: TTXVN) |
ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຢາກກັບເມືອປະເທດຂອງພົນລະເມືອງ ຈີນ ຢູ່ ຫວຽດນາມ, ວັນທີ 15 ກຸມພາ 2020, ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ດໍາເນີນ 3 ຖ້ຽວບິນ ຈາກນະຄອນໂຮ່ຈີມິນ ໄປ ກວາງໂຈ; ຮ່າໂນ້ຍ ໄປ ກວາງໂຈ; ຍາຈາງ ໄປ ເຈິ໊ງຕູ ເພື່ອສົ່ງຜູ້ໂດຍສານ ຈີນ ກັບເມືອປະເທດ.
ໃນເວລາປະຕິບັດບັນດາຖ້ຽວບິນດັ່ງກ່າວ, ບໍລິສັດການບິນ ແຫ່ງຊາດຫວຽດນາມ ປະຕິບັດບັນດາມາດຕະການປ້ອງກັນ, ກວດກາ, ກວດເຊື້ອພະຍາດຢ່າງເຄັ່ງຄັດ ເພື່ອແນໃສ່ຮັບປະກັນຄວາມປອດໄພ, ສຸຂະອະນາໄມ ແລະ ສຸຂະພາບຂອງຜູ້ໂດຍສານ ແລະ ຈຸບິນ.