ຫວຽດ​ນາມ - ຈີນ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ

(VOVWORLD) - ທ່ານ ຟ້າມທູຮັ່ງ ໃຫ້ຮູ້ວ່າ ພາຍຫຼັງ 15 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການພົວພັນລະຫວ່າງສອງພັກ, ສອງລັດ ຫວຽດນາມ - ຈີນ ໄດ້ຮັບການເປີດກວ້າງ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
ຫວຽດ​ນາມ - ຈີນ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສ້າງປະຊາຄົມແບ່ງປັນໃນອະນາຄົດ ຫວຽດນາມ - ຈີນ. ສິ່ງນີ້ມີຄວາມໝາຍຍຸດທະສາດ, ມານະພະຍາຍາມ ເພື່ອຄວາມຜາສຸກ ຂອງປະຊາຊົນສອງປະເທດ, ເພື່ອພາລະກິດ ແຫ່ງສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ. ນີ້ແມ່ນການຢັ້ງຢືນໂດຍ ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຍົກອອກມາໃນການຖະແຫຼງຂ່າວນັດສາມັນ ຂອງ ກະຊວງການຕ່າງປະເທດ ຫວຽດນາມ ທີ່ດຳເນີນໃນຕອນບ່າຍວັນທີ 14 ທັນວາ ຢູ່ຮ່າໂນ້ຍ.

ໂດຍຕອບຄຳຖາມກ່ຽວກັບເນື້ອໃນ “ການຮ່ວມມືປະຊາຄົມແບ່ງປັນໃນອະນາຄົດ ຫວຽດນາມ - ຈີນ”, ທ່ານ ຟ້າມທູຮັ່ງ ໃຫ້ຮູ້ວ່າ ພາຍຫຼັງ 15 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການພົວພັນລະຫວ່າງສອງພັກ, ສອງລັດ ຫວຽດນາມ - ຈີນ ໄດ້ຮັບການເປີດກວ້າງ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ການຮ່ວມມືໃນບັນດາຂົງເຂດບັນລຸໄດ້ຄວາມຄືບໜ້າທີ່ຕັ້ງໜ້າ ແລະ ຮອບດ້ານ. ທ່ານນາງ ີອວ ຟ້າມທູຮັ່ງ ໃຫ້ຮູ້ວ່າ:

ສອງຝ່າຍໄດ້ເຫັນດີເປັນເອກະພາບໂດຍຖືວ່າ ການພົວພັນລະຫວ່າງສອງປະເທດຕ້ອງປະຕິບັດຕາມກົດບັດ ສປຊ, ກົດໝາຍສາກົນ ແລະ ມາດຖານໂດຍພື້ນຖານຂອງການພົວພັນສາກົນ, ຢຶດໝັ້ນຄວາມເຄົາລົບເຊິ່ງກັນແລະກັນ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມມືເພື່ອພ້ອມກັນບັນລຸໄຊຊະນະ, ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ຢຶດໝັ້ນການແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ. ນີ້ກໍ່ແມ່ນອະນາຄົດລວມ ເຊິ່ງສອງຝ່າຍໄດ້ແບ່ງປັນ ແລະ ມຸ່ງໄປເຖິງ, ເໝາະສົມກັບຜົນປະໂຫຍດຂອງສອງປະເທດ, ປະກອບສ່ວນເຂົ້າໃນທ່າອ່ຽງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ກໍ່ຄືທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ