ຫວຽດນາມ - ຈີນ ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ
(ພົນໂທ ໂດ້ບ໋າຕິ້, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ)
(vovworld) – ຕອນບ່າຍວັນທີ 27/11, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນໂທ ໂດ້ບ໋າຕິ້, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບ ພົນຈັດຕະວາ ແຊວຢິງໂຫງ, ຜູ້ບັນຊາການທະຫານເຂດກວາງຊີ ທະຫານປົດປ່ອຍປະຊາຊົາຈີນ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ພົນໂທ ໂດ້ບ໋າຕິ້ ເນັ້ນໜັກວ່າ: ປະຈຸບັນ, ການພົວພັນລະຫວ່າງ 2 ປະເທດໄດ້ມີບາດກ້າວພັດທະນາຢ່າງແຮງໃນຫຼາຍຂົງເຂດ, ໃນນັ້ນ, ການຮ່ວມມືດ້ານປ້ອງກັນຊາດໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ. ພົນໂທ ໂດ້ບ໋າຕິ້ ປາດຖະໜາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຈະສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ຍູ້ແຮງ.
ພົນຈັດຕະວາ ແຊວຢິງໂຫງ ສະແດງວ່າ: ຈີນ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຫວຽດນາມ ແລະ ຈີນ ແລະ ປາດຖະໜາວ່າ, ໃນໄລຍະຈະມາເຖິງກະຊວງປ້ອງກັນປະເທດ ຈີນ - ຫວຽດນາມ ຈະສ້າງຕັ້ງໂທລະສັບສາຍດ່ວນ ແລະ ມີກົນໄກສະດວກກວ່າອີກໃນການຊຸກຍູ້ການພົບປະແລກປ່ຽນລະຫວ່າງທະຫານປ້ອງກັນເຂດຊາຍແດນ 2 ປະເທດ, ປະກອບສ່ວນສ້າງກົນໄກກໍ່ສ້າງເສັ້ນຊາຍແດນຫວຽດນາມ - ຈີນ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.