ຫວຽດນາມ - ຈີນ ເຈລະຈາ ກ່ຽວກັບການຮ່ວມມືບົນທະເລ
(ພາບປະກອບ)
(vovworld) - ໂດຍປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດ ແລະ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການເປັນພື້ນຖານໃນການຊີ້ນຳແກ້ໄຂບັນຫາບົນທະເລລະຫວ່າງຫວຽດນາມ - ຈີນ” ເຊິ່ງໄດ້ຮັບການລົງນາມເມື່ອວັນທີ 11/10/2011, ການເຈລະຈາຮອບທີ 3 ກຸ່ມປະຕິບັດງານກ່ຽວກັບການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສະດຸ້ງໄວໜ້ອຍບົນທະເລລະຫວ່າງຫວຽດນາມ - ຈີນ ຖືກຈັດຂຶ້ນຢູ່ປັກກິງ, ປະເທດຈີນ ໃນລະຫວ່າງວັນທີ 22 – 24/04/2013. 2 ຝ່າຍໄດ້ແລກປ່ຽນຄຳເຫັນເພື່ອແນໃສ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືກ່ຽວກັບການປົກປັກຮັກສາສິ່ງແວດລ້ອມທະເລ, ຄົ້ນຄວ້າວິທະຍາສາດທະເລ, ຊອກຫາກູ້ໄພກູ້ຊີບບົນທະເລ ແລະ ຫຼີກລ້ຽງ, ຫຼຸດຜ່ອນໄພທຳມະຊາດ. 2 ຝ່າຍເຫັນດີ 3 ໂຄງການໃຫ້ບຸລິມະສິດໃນການຮ່ວມມືແມ່ນ ສົມທົບກັນຊອກຫາກູ້ໄພກູ້ຊີບບົນທະເລລະຫວ່າງຫວຽດນາມ - ຈີນ, ຮ່ວມມືແລກປ່ຽນ, ຄົ້ນຄວ້າກ່ຽວກັບການຄຸ້ມຄອງສິ່ງແວດລ້ອມທະເລ ແລະ ໝູ່ເກາະເຂດອ່າວພາກເໜືອລະຫວ່າງຫວຽດນາມ - ຈີນ. 2 ຝ່າຍກໍເຫັນດີ ພ້ອມກັນມານະພະຍາຍາມສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາໂຄງການຮ່ວມມືໃນຂົງເຂດທີ່ມີຄວາມສະດຸ້ງໄວໜ້ອຍ ບົນທະເລໂດຍໄວລະຫວ່າງ 2 ປະເທດ.
2 ຝ່າຍກໍເຫັນດີເປັນເອກະພາບນຳກັນຈະດຳເນີນການເຈລະຈາຄັ້ງທີ 4 ກ່ຽວກັບການຮ່ວມມືໃນຂົງເຂດທີ່ມີຄວາມສະດຸ້ງໄວໜ້ອຍບົນທະເລລະຫວ່າງຫວຽດນາມ - ຈີນ ໃນເຄິ່ງທ້າຍປີ 2013 ຢູ່ຫວຽດນາມ.