(vovworld) - ຕອນເຊົ້າວັນທີ 9/5, ຢູ່ຮ່າໂນ້ຍ, ກຸ່ມບໍລິສັດໄປສະນີໂທລະຄົມຫວຽດນາມ ໄດ້ຈັດການປະຊຸມຂ່າວ ປະກາດເຫດການຫວຽດນາມ ຈະຍິງດາວທຽມ Vinasat 2 ໃນເວລາ 5 ໂມງ 13 ນາທີໃນວັນທີ 16/5/2012 (ຕາມເວລາຫວຽດນາມ). Vinasat 2 ຈະ ພ້ອມກັບ Vinasat 1 ສ້າງເປັນລະບົບດາວທຽມທີ່ມີຄວາມສາມາດກຽມເພື່ອກ່ຽວກັບບໍລິມາດ ແລະ ຫຼຸດຜ່ອນຄວາມສ່ຽງລະຫວ່າງບັນດາດາວທຽມ, ປະກອບສ່ວນເພີ່ມລະດັບຄວາມປອດໄພ, ຄວາມໝັ້ນຄົງໃນວິວັດການສະໜອງບໍລິການໂທລະຄົມແຫ່ງຊາດ. Vinasat 2 ມີຄວາມສາມາດ ກະຈາຍຄຶ້ນຢູ່ຫວຽດນາມ, ລາວ, ກຳປູເຈຍ, ໄທ ແລະ ສ່ວນໜຶ່ງຂອງ ມຽນມາ. ທ່ານ Bui Quoc Viet, ຜູ້ອຳນວຍການສູນຂໍ້ມູນຂ່າວ ແລະ ພົວພັນມະຫາຊົນ, ກຸ່ມບໍລິສັດໄປສະນີໂທລະຄົມຫວຽດນາມ ໃຫ້ຮູ້ວ່າ:
“ດາວທຽມ Vinasat 2 ເພີ່ມເຕີມ ແລະ ເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ພື້ນຖານໂຄງລ່າງໂທລະຄົມເຂດນານຟ້າ. Vinasat 2 ຮັບໃຊ້ການພັດທະນາເສດຖະກິດທະເລ, ການເດີນທະເລ ແລະ ຂໍ້ມູນຂ່າວສານເຂດຫ່າງໄກຊອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກ, ຮັບມືກັບໄພທຳມະຊາດ ແລະ ພິເສດແມ່ນຮັບໃຊ້ການພັດທະນາຂະແໜງກະຈາຍສຽງ, ໂທລະພາບ. Vinasat 1 ແລະ 2 ລ້ວນແຕ່ມີເຕັກໂນໂລຢີໃໝ່ສຸດໃນປະຈຸບັນ. ເຂດ ກະຈາຍຄຶ້ນຂອງ Vinasat 2 ຈະເປີດກ້ວາງອອກສູ່ທິດຕາເວັນຕົກຂອງຫວຽດນາມ, ຕອບສະໜອງຄວາມຕ້ອງການດຳເນີນທຸລະກິດອອກຕ່າງປະເທດ”