ຫວຽດນາມ ຈະສືບຕໍ່ປ່ຽນແປງໃໝ່, ເຊື່ອມໂຍງໃນສັງກະລາດບືນຕົວຂຶ້ນ

(VOVWORLD) - ຫວຽດນາມ ຈະສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ກວ້າງຂວາງ
ຫວຽດນາມ ຈະສືບຕໍ່ປ່ຽນແປງໃໝ່, ເຊື່ອມໂຍງໃນສັງກະລາດບືນຕົວຂຶ້ນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນຢູ່ມະຫາວິທະຍາໄລ ໂກລົມເບຍ
(ພາບ: TTXVN)

        ໂດຍສືບຕໍ່ບັນດາການເຄື່ອນໄຫວເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ, ຕອນເຊົ້າວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ມີບົດກ່າວປາໄສກ່ຽວກັບນະໂຍບາຍສຳຄັນຢູ່ມະຫາວິທະຍາໄລ ໂກລົມເບຍ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ, ຫວຽດນາມ ຈະສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ກວ້າງຂວາງ; ສືບຕໍ່ແມ່ນຈຸດນັດພົບສະຖຽນລະພາບ, ມີຄວາມໄວ້ເນື້ອເຊື່ອໃຈ, ດຶງດູດໃຈສຳລັບບັນດານັກລົງທຶນ, ວິສາຫະກິດ ແລະ ແຂກທ່ອງທ່ຽວຕ່າງປະເທດ:

        “ດ້ວຍທີ່ຕັ້ງ ແລະ ກຳລັງແຮງໃໝ່ຂອງປະເທດຊາດ, ຫວຽດນາມ ຕັດສິນໃຈປະຕິບັດການທູດຍຸກສະໄໝໃໝ່ໃຫ້ມີປະສິດທິຜົນ, ພ້ອມແລ້ວທີ່ຈະເປັນເຈົ້າການປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ຕັ້ງໜ້າກວ່າເຂົ້າໃນພື້ນຖານການເມືອງ, ເສດຖະກິດທົ່ວໂລກ ແລະ ຄວາມສິວິໄລຂອງມວນມະນຸດ. ພິເສດ, ຫວຽດນາມ ຈະພ້ອມກັບເພື່ອນມິດ, ຄູ່ຮ່ວມມື ຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍທົ່ວໂລກທີ່ຮີບດ່ວນ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຄ້ຳປະກັນສະບຽງອາຫານ, ຄວາມໝັ້ນຄົງດ້ານການແພດ, ການຄ້ຳປະກັນຄວາມໝັ້ນຄົງແຫຼ່ງນ້ຳ… ແລະ ຊຸກຍູ້ການສ້າງຄວາມເປັນລະບຽບຮຽບຮ້ອຍສາກົນທີ່ມີຄວາມຍຸຕິທຳ, ສະເໝີພາບ, ໂດຍອີງໃສ່ບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາສດ ແລະ ກົດໝາຍສາກົນ”.

        ກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ຊີ້ແຈ້ງວ່າ:

        “ຫວຽດນາມ ກຳນົດແຈ້ງວ່າ, ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ. ຂ້າພະເຈົ້າເຊື່ອໝັ້ນວ່າ, ໃນອະນາຄົດຂອງການພົວພັນ ຫວຽດນາມ - ອາເມລິກາ ແມ່ນສົດໃສທີ່ສຸດ. ບົດຮຽນຂອງຊາດ ຫວຽດນາມ ຊີ້ໃຫ້ເຫັນວ່າ, ຖ້າຫາກພວກເຮົາມີເຈດຕະນາດີເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ເຄົາລົບບັນດາຜົນປະໂຫຍດອັນຊອບທຳຂອງກັນ, ຮັບຟັງກັນ ກໍ່ຈະຊຸກຍູ້ວັດທະນະທຳໂອ້ລົມສົນທະນາຈະແກ້ໄຂໄດ້ທຸກສິ່ງທຸກຢ່າງ. ຫວຽດນາມ ມີການພົວພັນທີ່ດີກັບທັງ ຈີນ, ອາເມລິກາ ກໍຄືຫຼາຍປະເທດອື່ນໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ