ຫວຽດນາມ ຈະຮັບປະກັນການສັກວັກຊິນກັນພະຍາດໂຄວິດ - 19 ດ້ວຍຂອບຂະໜາດໃຫຍ່ ເພື່ອສ້າງພູມຄຸ້ມກັນເປັນໝູ່, ຕາມແຜນການທີ່ເໝາະສົມ
(VOVWORLD) -ທ່ານນາງ ເລທິທູຮັ່ງ ກໍໃຫ້ຮູ້ວ່າ ຫວຽດນາມ ພວມເຮັດວຽກກັບຝ່າຍ ອາເມລິກາ ແລະ ໂຄງການ COVAX ເພື່ອຮັບວັກຊິນຈາກນະໂຍບາຍແບ່ງປັນວັກຊິນຂອງ ອາເມລິກາ ກໍຄື ຈາກກົນໄກແບ່ງປັນວັກຊິນຂອງ ສປຊ.
ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ຖືກດຳເນີນໃນຕອນບ່າຍວັນທີ 24 ມິຖຸນາ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ ຫວຽດນາມ ຈະພິຈາລະນານະໂຍບາຍເຂົ້າ - ອອກເມືອງ ສຳລັບຊາວຕ່າງປະເທດທີ່ເຂົ້າເມືອງ ຫວຽດນາມ ໃຫ້ເໝາະສົບກັບສະພາບການຂອງໂລກລະບາດ, ພ້ອມທັງຊຸກຍູ້ການຜັນຂະຫຍາຍການຮັບຮອງ ໃບຢັ້ງຢືນສັກວັກຊິນກັນພະຍາດໂຄວິດ - 19 ຫຼື ຍັງເອີ້ນວ່າ ປາດສະປໍ ວັກຊິນ. ທ່ານນາງກ່າວວ່າ:
“ເພື່ອແນໃສ່ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນໂລກລະບາດຢ່າງມີປະສິດທິຜົນ ທັງພັດທະນາເສດຖະກິດ, ໄລຍະຜ່ານມາ ລັດຖະບານ ຫວຽດນາມ ໄດ້ຕົກລົງຕໍ່ຂໍ້ສະເໜີຂອງກະຊວງການຕ່າງປະເທດກ່ຽວກັບແຜນການດັດປັບນະໂຍບາຍ ເຂົ້າ - ອອກເມືອງ ແລະ ມາດຕະການສາທາລະນະສຸກ ສຳລັບຜູ້ເຂົ້າເມືອງ ຫວຽດນາມ ທີ່ມີ ປາດສະປໍວັກຊິນ”.
ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ (ພາບ: baoquocte.vn) |
ທີ່ການຖະແຫຼງຂ່າວ, ທ່ານນາງ ເລທິທູຮັ່ງ ກໍໃຫ້ຮູ້ວ່າ ຫວຽດນາມ ພວມເຮັດວຽກກັບຝ່າຍ ອາເມລິກາ ແລະ ໂຄງການ COVAX ເພື່ອຮັບວັກຊິນຈາກນະໂຍບາຍແບ່ງປັນວັກຊິນຂອງ ອາເມລິກາ ກໍຄື ຈາກກົນໄກແບ່ງປັນວັກຊິນຂອງ ສປຊ.
ກໍໃນການຖະແຫຼງຂ່າວນີ້, ສຳລັບຄຳຖາມຂອງນັກຂ່າວ ທີ່ຢາກໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ສຳລັບບົດລາຍງານກ່ຽວກັບສະພາບການມະນຸດສະທຳໂລກ ປີ 2020 ຂອງອົງການພົວພັນຕ່າງປະເທດ ເອີຣົບ (ອີຢູ), ທ່ານນາງໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ໃຫ້ຮູ້ວ່າ: ໃນບົດລາຍງານດັ່ງກ່າວ ຍັງມີບາງເນື້ອໃນທີ່ບໍ່ພາວະວິໄສ, ໂດຍອີງໃສ່ບັນດາຂໍ້ມູນທີ່ບໍ່ສ່ອງແສງໄດ້ສະພາບການຕົວຈິງຢູ່ ຫວຽດນາມ. ລັດ ຫວຽດນາມ ຍາມໃດກໍປົກປ້ອງ ແລະ ຊຸກຍູ້ບັນດາສິດພື້ນຖານຂອງມະນຸດ.
ສິດເສລີໃນການປາກເວົ້າ, ສິດເສລີໃນການສື່ມວນຊົນ ຢູ່ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ຜ່ານການພັດທະນາດ້ວຍຫຼາຍຮູບຫຼາຍແບບ ແລະ ເນື້ອໃນທີ່ອຸດົມສົມບູນຂອງຂະແໜງສື່ມວນຊົນ ຫວຽດນາມ. ຄວາມຈິງ, ມີຫຼາຍກວ່າ 70% ປະຊາກອນ ຫວຽດນາມ ນຳໃຊ້ ອິນເຕີເນັດ ແລະ ສື່ສັງຄົມອອນລາຍ. ຢູ່ ຫວຽດນາມ, ບໍ່ມີຜູ້ໃດຖືກຕັດສິນລົງໂທດ, ຈັບຕົວ ຍ້ອນການສະແດງທັດສະນະຂອງຕົນ ຫຼື ປົກປ້ອງສິດທິມະນຸດ ແຕ່ຢ່າງດຽວ.