ຫວຽດນາມ ຊຸກຍູ້ ວຽກງານປ້ອງກັນ, ຕ້ານສໍ້ລາດບັງຫຼວງ
ພາບປະກອບ
(vovworld) – ທ່ານນາຍົກລັດຖະມົນຕີຫາກໍ່ອານຸມັດໂຄງການ “ເພີ່ມທະວີກຳລັງຄວາມສາມາດປະຕິບັດສົນທິສັນຍາ ສປຊ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ບົດບາດຂອງບັນດາພາກສ່ວນນອກລັດ ເພື່ອແນໃສ່ໜູນຊ່ວຍວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂອງລັດຖະບານ ຫວຽດນາມ” ໂດຍໂຄງການພັດທະນາຂອງ ສປຊ (UNDP) ອຸປະຖຳ. ໂຄງການດັ່ງກ່າວຈະຮັບການປະຕິບັດໃນເວລາ 4 ປີດ້ວຍຍອດຈຳນວນເງິນກ່ວາ 1,5 ລ້ານ USD, ຈຸດໝາຍຍາວນານຂອງໂຄງການເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດຂອງລັດຖະບານ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຜ່ານການຍົກສູງລະດັບການປະຕິບັດສົນທິສັນຍາ ສປຊ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (UNCAC) ແລະ ເພີ່ມທະວີບົດບາດຂອງບັນດາພາກສ່ວນນອກລັດໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.
ໝາກຜົນໂຄງການນຳມາເຊິ່ງແມ່ນລະບົບກົດໝາຍປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ຮັບການປັບປຸງຕາມທິດຍົກສູງລະດັບການປະຕິບັດສົນທິສັນຍາ, ຖານຂໍ້ມູນກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ຮັບການກໍ່ສ້າງ ແລະ ຮັບໃຊ້ການຕິດຕາມກວດກາ, ຕີລາຄາວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະສິດທິຜົນແຫ່ງການກວດກາ, ຕິດຕາມກວດກາຂອງບັນດາອົງການສັງຄົມໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ຮັບການຍົກສູງ.