( vovworld ) – ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ, ຕອນເຊົ້າວັນທີ 23/3, ຢູ່ໂຕກຽວ, ທ່ານປທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ Nguyen The Thao ໄດ້ເປັນສັກຂີພິຍານພິທີລົງນາມຮ່ວມມືພັດທະນາເຂດອຸດສາຫະກຳສຳຮອງທາງທິດໃຕ້ນະຄອນ ຮ່າໂນ້ຍ ລະຫວ່າງບໍລິສັດນຫຸ້ນສ່ວນລົງທຶນພັດທະນາ N&G ( ຫວຽດນາມ ) ກັບກຸ່ມບໍລິສັດໃຫຍ່ກໍ່ສ້າງ Shimizu ( ຍີ່ປຸ່ນ ). ຄາດວ່າໂຄງການມີຍອດຈຳນວນທຶນ 1 ຕື້ USD. ທ່ານ Nguyen The Thao ໄດ້ຖືວ່າ ໂຄງການໄດ້ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາຂອງ ຮ່າໂນ້ຍ ກໍຄືກິດຈະການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງຫວຽດນາມ. ອຳນາດການປົກຄອງຂອງນະຄອນ ຮ່າໂນ້ຍ ຈະສ້າງເງື່ອນໄຂສະດວກທຸກຢ່າງໃຫ້ແກ່ບັນດາວິສາຫະກິດຍີ່ປຸ່ນ ທີ່ຈະລົງທຶນເຂົ້າຫວຽດນາມ. ແລະກໍໃນວັນດຽວກັນ, ທ່ານ Nguyen The Thao ກໍ່ເຮັດວຽກກັບກະຊວງທີ່ດິນ, ພື້ນຖານໂຄງລ່າງ, ຄົມມະນາຄົມ ແລະ ທ່ອງທ່ຽວຍີ່ປຸ່ນ ແລະ ອຳນາດການປົກຄອງນະຄອນ ໂຕກຽວ.