ຫວຽດນາມ ຊ່ວຍໜູນບັນດາເອກອັກຄະລັດຖະທູດ ປະຕິບັດໜ້າທີ່ທາງການທູດເປັນຢ່າງດີ, ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍກັບປະເທດຕ່າງໆ

(VOVWORLD) - ທີ່ການຕ້ອນຮັບທ່ານ Kees Van Baar, ເອກອັກຄະລັດຖະທູດລາຊະອານາຈັກ ໂຮນລັງ ມາຮັບດຳລົງຕຳແໜ່ງ, ທ່ານປະທານປະເທດ ຢັ້ງຢືນ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ໂຮນລັງເປັນສຳຄັນ.

ຕອນບ່າຍວັນທີ 19 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບເອກອັກຄະລັດຖະທູດປະເທດຕ່າງໆຄື: ໂຮນລັງ, ຮຸງກາຣີ, ອົດສະຕາລີ, ລຸກຊຳບວກ ເຂົ້າຍື່ນສານຕາຕັ້ງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ: ບັນດາອົງການກ່ຽວຂ້ອງຂອງ ຫວຽດນາມ ຈະໜູນຊ່ວຍບັນດາເອກອັກຄະລັດຖະທູດປະຕິບັດໜ້າທີ່ທາງການທູດໃຫ້ເປັນຢ່າງດີ, ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍກັບປະເທດຕ່າງໆ.

ທີ່ການຕ້ອນຮັບທ່ານ Kees Van Baar, ເອກອັກຄະລັດຖະທູດລາຊະອານາຈັກ ໂຮນລັງ ມາຮັບດຳລົງຕຳແໜ່ງ, ທ່ານປະທານປະເທດ ຢັ້ງຢືນ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ໂຮນລັງເປັນສຳຄັນ. ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ສອງຝ່າຍຈັດຕັ້ງກອງປະຊຸມຄັ້ງທີ 8 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ ແລະ ກອງປະຊຸມລັດຖະມົນຕີກະຊວງກະສິກຳ ໂດຍໄວ.

ທີ່ການຕ້ອນຮັບທ່ານ Baloghdi Tibor, ເອກອັກຄະລັດຖະທູດ ຮຸງກາຣີ ປະຈຳ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຖືວ່າ, ວົງເງິນການຄ້າສອງຝ່າຍໃນປີກອນບັນລຸພຽງ 1,1 ຕື້ USD ເທົ່ານັ້ນ, ຕົ້ນປີ 2022 ນີ້ບັນລຸ 700 ລ້ານ USD ແມ່ນຍັງຕ່ຳ. ທ່ານປະທານປະເທດ ຫວັງວ່າ, ສອງຝ່າຍຈະຊຸກຍູ້ການໝູນໃຊ້ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EU) ໃຫ້ເປັນຢ່າງດີ ແລະ ພ້ອມທັງຊົມເຊີຍ ຮຸງກາຣີ ທີ່ໄດ້ອະນຸມັດຜ່ານສັນຍາ ອາລັກຂາການລົງທຶນ ຫວຽດນາມ - EU.

ທີ່ການຕ້ອນຮັບທ່ານ Andrew John Lech Goledznowski, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີບັນດາອົງການກ່ຽວຂ້ອງຂອງສອງປະເທດຈົ່ງສົມທົບກັນກວດກາ, ຊຸກຍູ້ບັນດາໂຄງການ, ກົນໄກຮ່ວມມືລະອຽດ, ພ້ອມທັງມອບໃຫ້ກະຊວງການຕ່າງປະເທດ ຄົ້ນຄ້ວາສະເໜີກ່ຽວກັບເລື່ອງຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລຸກຊຳບວກ Patrick Hemmer, ທ່ານປະທານປະເທດ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ລຸກຊຳບວກ ໃນຫຼາຍຂົງເຂດຄື: ການພັດທະນາສີຂຽວ, ການສຶກສາບຳລຸງສ້າງ, ເຕັກໂນໂລຊີສູງ.

 

ຕອບກັບ

ຂ່າວ/ບົດ​ອື່ນ