(vovworld) - ວັນທີ 15/07, ຢູ່ຮ່າໂນ້ຍ, ສະຫະສະມາຄົມບັນດານັກລົງທຶນຫວຽດນາມ ຢູ່ມຽນມາ (AVIM) ໄດ້ສົມທົບກັບທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) ຈັດຕັ້ງກອງປະຊຸມສຳມະນາ “ຄວາມສາມາດບົນຊ້ອນ, ກາລະໂອກາດລົງທຶນຢູ່ມຽນມາ”. ກອງປະຊຸມສຳມະນາແມ່ນເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານ, ທົບທວນຄືນສະພາບຮ່ວມມືດ້ານເສດຖະກິດລະຫວ່າງປະຊາຄົມວິສາຫະກິດ 2 ປະເທດໃນໄລຍະຜ່ານມາ ແລະ ຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນໃນໄລຍະຈະມາເຖິງ. ທ່ານ ເຈີນດັ໋ກຮ່າ, ປະທານ BIDV ທັງເປັນປະທານ AVIM ໃຫ້ຮູ້ວ່າ, ມາຮອດປະຈຸບັນ AVIM ແມ່ນຫົວໜ່ວຍເປັນຂົວຕໍ່ຈັດຕັ້ງການໄປສຳລວດຕະຫຼາດ ແລະ ເຮັດວຽກກັບບັນດາອົງການທີ່ມີໜ້າທີ່ມຽນມາ ໃຫ້ 50 ຄະນະປະຕິບັດງານ ດ້ວຍວິສາຫະກິດເກືອບ 1.500 ເທື່ອຫົວໜ່ວຍ, ໃນນັ້ນມີຫຼາຍຫົວໜ່ວຍມີທ່າແຮງດ້ານທຶນຮອນ, ເຕັກໂນໂລຊີ ແລະ ອິດທິຜົນຊື່ສຽງຄື; ຮ່ວາງແອງຢາລາຍ, Simco ສົງດ່າ, BIDV...
ເພື່ອຊຸກຍູ້ບັນດາການເຄື່ອນໄຫວລົງທຶນ, ການຄ້າຂອງຫວຽດນາມ ຢູ່ມຽນມາ, ທີ່ກອງປະຊຸມສຳມະນາ, ປະຊາຄົມວິສາຫະກິດຫວຽດນາມ ໄດ້ນຳສະເໜີກັບລັດຖະບານມຽນມາ ຈົ່ງມີຂໍ້ກຳນົດແນະນຳຢ່າງຄົບຊຸດ ກ່ຽວກັບການປະຕິບັດກົດໝາຍການລົງທຶນໃໝ່ ໂດຍໄວ, ເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດເວົ້າລວມ ແລະ ວິສາຫະກິດຫວຽດນາມ ເວົ້າສະເພາະ ເຂົ້າໃຈ ແລະ ຜັນຂະຫຍາຍການປະຕິບັດ.