ຫວຽດນາມ ຍົກອອກຂໍ້ລິເລີມ ສ້າງຕັ້ງສູນ ເສດຖະກິດຂຽວຢູ່ Rio+20

ຫວຽດນາມ ຍົກອອກຂໍ້ລິເລີມ ສ້າງຕັ້ງສູນ ເສດຖະກິດຂຽວຢູ່ Rio+20 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີຫວຽດນາມ Nguyen Thien Nhan
ກ່າວຄຳເຫັນທີ່ກອງ​ປະຊຸມ​ Rio+20
( ພາບ: dantri.com.vn )


( vovworld ) -   ວັນ​ທີ 21/6, ກອງ​ປະຊຸມ​ສຸດ​ຍອດຂອງ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ( Rio+20 ) ​ໄດ້​ກ້າວ​ເຂົ້າ​ສູ່ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3. ກ່າວ​ຄຳ​ເຫັນ​ທີ່ວາລະ​ປະຊຸມ, ຕອນ​ບ່າຍ​ວັນ​ທີ 21/6, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີຫວຽດນາມ Nguyen Thien Nhan ​ໄດ້​ເນັ້ນ​ໜັກ​​ເຖິງ​ບັນດາ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ 10 ປີ​ທີ່​ຜ່ານ​ມາ ກໍ​ຄື​ສະ​ແດງ​ທັດສະນະ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ນີ້​ໃນ​ອະນາຄົດ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໄດ້ຢືນຢັນ​ວ່າ ລັດຖະບານ​ຫວຽດນາມ​ໄດ້​ຖື​ການ​ພັດທະນາ​ແບບ​ຍືນ​ຍົງ​ແມ່ນ​ເປົ້າ​ໝາຍທະລຸ​ລົງໃນ​ຍຸດ​ທະ​ສາດ​ພັດທະນາ​ແຫ່ງ​ຊາດ​ໃນ​ປະຈຸ​ບັນ ​ແລະ ​ໃນ​ອະນາຄົດ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໃຫ້​ຂໍ​້ສັງ​ເກດ​ວ່າ ກອງ​ປະຊຸມ Rio+20 ຄັ້ງ​ນີ້ “ ມີ​ຄວາມ​ໝາຍ​ປະຫວັດສາດ ” ພ້ອມ​ກັນ​ນັ້ນ​ກໍ​ຖື​ວ່າ ກອງ​ປະຊຸມກໍ​ແມ່ນ​ໂອກາດ​​ເພື່ອໃຫ້​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ​ຢືນຢັນ​ຄຳ​ໝັ້ນ​ສັນຍາຄືນ​ໃໝ່ ກໍ​ຄື​ຍົກ​ອອກ​ບັນດາ​ຂໍ້​ຕົກລົງ​ດ້ານ​ການ​ເມືອງ​ໃໝ່ ​ແລະ ບັນດາ​ຄວາມ​ມານະ​ພະຍາຍາມ​ທົ່ວ​ໂລກ​ໃຫ້​ແກ່​ການ​ພັດທະນາ​​ແບບ​ຍືນ​ຍົງ ກໍ​ຄື​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້. ບົນ​ພື້ນຖານ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ເນັ້ນ​ໜັກ​ວ່າ, ຫວຽດນາມ ສະ​ເໜີ​ໃຫ້​ສະ​ຫະປະຊາ​ຊາດ ຄວນ​ສ້າງ​ຕັ້ງ​ສູນ​ເສດຖະກິດ​ຂຽວຕ່າງໆ​ຢູ່ບັນດາ​ພາກ​ພື້ນ ​ແລ​ະ ​ໂລກ. ບັນດາ​ສູນ​ດັ່ງກ່າວ​ມີໜ້າ​ທີ່​ແນະນຳ​ບັນດາ​ຂໍ້​ມູນ​ຫຼ້າ​ສຸດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ, ສະໜອງ​ບັນດາ​ການ​ບໍລິ​ໃຫ້​ຄຳປຶກສາສ້າງ​ນະ​ໂຍບາຍ ​ແລະ ປະຕິບັດ​ຢ່າງ​ດີ​ທີ່​ສຸດ​ໃຫ້​ແກ່​ບັນດາ​ປະ​ເທດ, ສ້າງ​ບົດ​ລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບ​ເສດຖະກິດ​ຂຽວ… ຫວຽດນາມ ​ໄດ້​ນຳສະ​ເໜີ​ບັນດາ​ມາດ​ຕະການ​ສ້າງ​ໂຄງປະກອບ ​ແລະ ບັບປຸງ​ບັນດາ​ອົງການ​ຂອງ​ສະຫະ​ປະຊາ​ຊາດຄືນ​ໃໝ່ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ປະຕິບັດ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ. ກ່ຽວຂ້ອງ​ເຖິງ​ບັນຫາ​ມະຫາ​ສະ​ມຸດ, ຫວຽດນາມ ຮຽກຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ ສ້າງ​ລະບົບ​ຮັບ​ມື​ກັບ​ລະດັບ​ນ້ຳ​ທະ​ເລ​ຂຶ້ນ​ສູງ​ຢ່າງ​ວ່ອງ​ໄວ ​ແລະ ມີ​ປະສິດທິ​ຜົນ, ບົນ​ພື້ນຖານ​ສົມທົບ​ບັນດາ​ຄວາມ​ຮູ້ ​ແລະ ​ເຕັກ​ໂນ​ໂລ​ຊີ​ ກໍຄື​ແຫຼ່ງກຳລັງ​ຂອງ​ບັນດາ​ປະ​ເທດ​​ພັດທະນາ ​ແລະ ປະ​ເທດ​ພວມ​ພັດທະນາ.

ຂ່າວ/ບົດ​ອື່ນ