ຫວຽດນາມ ຍົກ​ເວັ້ນວີຊາເຂົ້າ​ເມືອງ ຫວຽດ​ນາມ​ ໃຫ້ພົນລະເມືອງ 13 ປະເທດ

(VOVWORLD) -ຍົກເວັ້ນວີຊາໃຫ້ ພົນລະເມືອງບັນດາປະເທດຂ້າງເທິງເມື່ອເຂົ້າເມືອງ ຫວຽດນາມ ດ້ວຍໄລຍະພັກເຊົາຊົ່ວຄາວ 15 ວັນນັບແຕ່ມື້ເຂົ້າມາ, ບໍ່ໄດ້ຈຳແນກປະເພດໜັງສືຜ່ານແດນ, ຈຸດປະສົງການເຂົ້າເມືອງ, ບົນພື້ນຖານການຕອບສະໜອງຄົບບັນດາເງື່ອນໄຂ ຕາມລະບຽບກົດໝາຍ ຫວຽດນາມ. 
ຫວຽດນາມ ຍົກ​ເວັ້ນວີຊາເຂົ້າ​ເມືອງ ຫວຽດ​ນາມ​ ໃຫ້ພົນລະເມືອງ 13 ປະເທດ - ảnh 1ແຂກສາກົນເຮັດລະບຽບການເຂົ້າເມືອງ ຫວຽດນາມ (ພາບ: TTXVN)

ລັດຖະບານ ຫວຽດນາມ ຫາກໍ່ປະການໃຊ້ມະຕິກ່ຽວກັບການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງຂອງບັນດາປະເທດດັ່ງນີ້: ສາທາລະນະລັດສະຫະພັນເຢຍລະມັນ, ສາທາລະນະລັດຝຣັ່ງ, ສາທາລະນະລັດອີຕາລີ, ລາຊະອານາຈັກສະເປນ, ສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ສະຫະພັນລັດເຊຍ. ແລະ ຍີ່ປຸ່ນ, ສາທາລະນະລັດ ສ.ເກົາຫຼີ, ລາຊະອານາຈັກແດນມາກ, ອານາຈັກສະວີເດັນ, ລາຊະລາຊະອານາຈັກນໍເເວ, ສາທາລະນະລັດແຟງລັງ ແລະ ສາທາລະນະລັດເບລາຣຸດ, ຕາມນັ້ນແລ້ວ, ຍົກເວັ້ນວີຊາໃຫ້ ພົນລະເມືອງບັນດາປະເທດຂ້າງເທິງເມື່ອເຂົ້າເມືອງ ຫວຽດນາມ ດ້ວຍໄລຍະພັກເຊົາຊົ່ວຄາວ 15 ວັນນັບແຕ່ມື້ເຂົ້າມາ, ບໍ່ໄດ້ຈຳແນກປະເພດໜັງສືຜ່ານແດນ, ຈຸດປະສົງການເຂົ້າເມືອງ, ບົນພື້ນຖານການຕອບສະໜອງຄົບບັນດາເງື່ອນໄຂ ຕາມລະບຽບກົດໝາຍ ຫວຽດນາມ. ນະໂຍບາຍດັ່ງກ່າວ ໄດ້ປະຕິບັດໃນໄລຍະເວລາ 3 ປີ, ນັບແຕ່ວັນທີ 15 ມີນາ 2022 ຈົນຮອດ ວັນທີ 14 ມີນາ 2025 ແລະ ຈະໄດ້ຮັບການພິຈາລະນາຕໍ່ກຳນົດເວລາຕາມລະບຽບກົດໝາຍ ຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ