ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ
ແລະ ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Kishida Fumio
(ພາບ: chinhphu.vn)
(vovworld) – ຕອນເຊົ້າວັນທີ 25/5, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ນຳໜ້າ ໄດ້ເດີນທາງອອກຈາກໂຕກຽວ ກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນໃນລະຫວ່າງວັນທີ 22-25/5. ກ່ອນໜ້ານັ້ນຄືວັນທີ 24/5, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Kishida Fumio, ທ່ານລັດຖະມົນຕີກະຊວງສາທາລະນະສຸກ Tamura Norihisa ແລະ ທ່ານລັດຖະມົນຕີກະຊວງສຶກສາ, ວັດທະນະທຳ, ທ່ອງທ່ຽວ, ກິລາ, ວິທະຍາສາດ ແລະ ເຕັກໂນໂລຢີ Shimomura Hakubun. ໃນການພົບປະເຫຼົ່ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ໄດ້ສະເໜີໃຫ້ສອງຝ່າຍ ຄວນເພີ່ມທະວີການຮ່ວມມື ເພື່ອນຳການພົວພັນສອງຝ່າຍໃຫ້ສືບຕໍ່ພັດທະນາຢ່າງຮອບດ້ານ ແລະ ນັບມື້ນັບມີປະສິດທິຜົນ, ພິເສດແມ່ນໃນຂົງເຂດຮ່ວມມືທາງດ້ານເສດຖະກິດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດເຕັກນິກ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ກໍ່ສະເໜີຊຸກຍູ້ການຜັນຂະຫຍາຍບັນດາໂຄງການ, ລາຍການຮ່ວມມືຢ່າງລະອຽດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍິນ ກໍ່ສະເໜີຝ່າຍຍີ່ປຸ່ນ ສະໜັບສະໜູນຫວຽດນາມ ກໍ່ສ້າງ ແລະ ຍົກກຳລັງຄວາມສາມາດຂຸດຄົ້ນຢູ່ບັນດາທ່າທະເລຢູ່ຫວຽດນາມ, ປະກອບສ່ວນເຮັດໃຫ້ເຂດທະເລອາຊີ ກາຍເປັນເຂດທະເລສັນຕິພາບ, ຮັບປະກັນເດີນທະເລຢ່າງປອດໄພ.
ຝ່າຍຍີ່ປຸ່ນຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດ, ແລະ ຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງແທ້ຈິງ, ພ້ອມທັງໝັ້ນໝາຍຈະສືບຕໍ່ໜູນຊ່ວຍຫວຽດນາມຢ່າງຕັ້ງໜ້າ ໃນການພັດທະນາເສດຖະກິດ, ສັງຄົມ ຜ່ານການສະໜອງທຶນ ODA.