(vovworld) – ທິມຊາດ ຫວຽດນາມ, ເຊິ່ງລວມມີນັກຮຽນ 5 ຄົນເຂົ້າຮ່ວມການເສັງ Olympic ຟີຊິກສາດ ສາກົນປີ 2013 ແຕ່ວັນທີ 5 – 15/7 ຢູ່ປະເທດແດນມາດ ລ້ວນແຕ່ຍາດໄດ້ຫຼຽນລາງວັນ, ໃນນັ້ນມີຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 1 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ. ຜູ້ຍາດໄດ້ຫຼຽນຄຳແມ່ນ ບຸ່ຍກວາງຕູ໋, ນັກຮຽນມໍ 7, ສັງກັດໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່າໂນ້ຍ - Amsterdam, ນະຄອນ ຮ່າໂນ້ຍ ແລະ ໂງຟີລອງ, ນັກຮຽນມໍ 7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ເຊີນລາ, ແຂວງ ເຊີນລາ.