ຫວຽດ​ນາມ ຍາມ​ໃດ​ກໍ່​ກຽມ​ພ້ອມ​​ປະ​ກອບ​ສ່ວນຫຼາຍ​ກ່​ວາ​​ ແລະ ເປັນ​ເຈົ້າ​ການ​ກ່​ວາ​ໃຫ້​ແກ່ ອາ​ຊຽນ

(VOVWORLD) - ຕາມທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມແລ້ວ, ການເຂົ້າຮ່ວມ ແລະ ປະກອບຄຳເຫັນຂອງ ຫວຽດນາມ ໃນອາຊຽນໃນໄລຍະຜ່ານມາອາດສະຫຼຸບໄດ້ຜ່ານຄຳທີ່ວ່າ: ເປັນເຈົ້າການໃນການປະຕິບັດ, ເຂົ້າຮ່ວມຢ່າງແທ້ຈິງ ແລະ ປະກອບສ່ວນຢ່າງຈິງໃຈ. 
ຫວຽດ​ນາມ ຍາມ​ໃດ​ກໍ່​ກຽມ​ພ້ອມ​​ປະ​ກອບ​ສ່ວນຫຼາຍ​ກ່​ວາ​​ ແລະ ເປັນ​ເຈົ້າ​ການ​ກ່​ວາ​ໃຫ້​ແກ່ ອາ​ຊຽນ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ (ພາບ: VOV)

ຫວຽດນາມຍາມໃດກໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ເຂົ້າຮ່ວມບົນຈິດໃຈກຽມພ້ອມປະກອບສ່ວນຫຼາຍກ່ວາອີກ ແລະ ເປັນເຈົ້າການໃຫ້ແກ່ວຽກງານລວມຂອງ ອາຊຽນ. ນີ້ແມ່ນການຢັ້ງຢືນຂອງ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ກ່ອນດຳເນີນກອງປະຊຸມສຸດຍອດ ອາຊຽນ ທີ່ດຳເນີນຢູ່ນະຄອນຫຼວງ ວຽງຈັນ, ລາວ ໃນລະຫວ່າງວັນທີ 8 – 11 ຕຸລາ.

ຕາມທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມແລ້ວ, ການເຂົ້າຮ່ວມ ແລະ ປະກອບຄຳເຫັນຂອງ ຫວຽດນາມ ໃນອາຊຽນໃນໄລຍະຜ່ານມາອາດສະຫຼຸບໄດ້ຜ່ານຄຳທີ່ວ່າ: ເປັນເຈົ້າການໃນການປະຕິບັດ, ເຂົ້າຮ່ວມຢ່າງແທ້ຈິງ ແລະ ປະກອບສ່ວນຢ່າງຈິງໃຈ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ຄັ້ງນີ້ດ້ວຍຫົວຂໍ້ “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ”, ການນຳບັນດາປະເທດຈະສຸມໃສ່ແລກປ່ຽນກ່ຽວກັບບັນດາບັນຫາຍຸດທະສາດ, ກ່ຽວຂ້ອງເຖິງ ອາຊຽນ ແລະ ພາກພື້ນ. ນີ້ແມ່ນບັນດາບັນຫາທີ່ມີຄວາມໝາຍສຳຄັນພິເສດໃນສະພາບການສາກົນ ແລະ ພາກພື້ນທີ່ພວມມີການຜັນແປສັບສົນທີ່ສຸດ. ທ່ານເອກອັກຄະລັດຖະທູດ ແບ່ງປັນວ່າ:

ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ນຳໜ້າ ຈະເຂົ້າຮ່ວມບັນດາກອງປະຊຸມຄັ້ງນີ້, ຖ່າຍທອດສານທີ່ສຳຄັນກ່ຽວກັບອາຊຽນ ແລະ ອະນາຄົດຂອງອາຊຽນ, ໃນນັ້ນມີການຮ່ວມມື ອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື; ກຳນົດທິດອະນາຄົດໃຫ້ແກ່ ອາຊຽນໃນຊຸມປີຈະມາເຖິງ ແລະ ກຳນົດທິດບົດບາດຂອງ ອາຊຽນ, ປະກອບສ່ວນສ້າງປະຊາຄົມອາຊຽນເຊື່ອມຈອດກ່ວາອີກ ແລະ ສ້າງຄວາມເຂັ້ມແຂງໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ