(vovworld) - ຕອນບ່າຍວັນທີ 20/06, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບຜູ້ອຳນວຍການໃຫຍ່ອົງການວັດທະນະທຳ, ສຶກສາ - ວິທະຍາສາດສະຫະປະຊາຊາດ (UNESCO), ທ່ານນາງ Irina Bokova, ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງການເຄື່ອນໄຫວຂອງ UNESCO ສຳລັບໂລກ, ພາກພື້ນ ແລະ ຫວຽດນາມ ໃນການພັດທະນາຢ່າງກົງກຽວ, ໝັ້ນຄົງ, ພ້ອມທັງຢືນຢັນວ່າ ຫວຽດນາມ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືຮອບດ້ານກັບ UNESCO. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ປາດຖະໜາວ່າ UNESCO ສືບຕໍ່ໜູນຊ່ວຍຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດວັດທະນະທຳ, ສະເໜີສະໜັບສະໜູນບັນດາສຳເນົາເອກະສານນຳສະເໜີເປັນມໍລະດົກໂລກຂອງຫວຽດນາມ ຄື; ສຳເນົາເອກະສານກຸ່ມທັດສະນີຍະພາບ ຈ່າງອານ (ນິງບິ່ງ), ກຸ່ມກາດບ່າ (ຫາຍຟ່ອງ), ເພງພື້ນເມືອງເຂດພາກໃຕ້ ແລະ ຂັບ ວິ໋ຢັ້ມ ຮ່າຕິ້ງ. ສ່ວນທ່ານນາງ Irina Bokova ເນັ້ນໜັກວ່າ ຫວຽດນາມ ມີບົດບາດສຳຄັນທີ່ສຸດໃນການເພີ່ມທະວີຄວາມເຂົ້າໃຈ, ຮ່ວມມືລະຫວ່າງບັນດາປະເທດສະມາຊິກຂອງ UNESCO. ທ່ານນາງ Irina Bokova ຕີລາຄາສູງຫວຽດນາມ ໃນການປົກປັກຮັກສາບັນດາມໍລະດົກກໍຄືຄວາມກ້າວໜ້າໃນການພັດທະນາການສຶກສາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຢືນຢັນວ່າ UNESCO ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການມອບໂອນຄວາມຮູ້ດ້ານວິຊາສະເພາະ, ແບ່ງປັນບົດຮຽນໃນການພັດທະນາແບບຍືນຍົງ; ປາດຖະໜາຢາກລົງນາມສັນຍາຮ່ວມມືລະຫວ່າງ ASEAN ແລະ UNESCO ໂດຍໄວ.