ຫວຽດນາມ ຍູ້ແຮງການຮ່ວມມືກັບ ອົດສະຕາລີ ໃນຂົງເຂດລ້ຽງງົວພັນຊີ້ນ ແລະ ງົວພັນນົມ
ຫວຽດນາມ ຍູ້ແຮງການຮ່ວມມືກັບ ອົດສະຕາລີ
ໃນຂົງເຂດລ້ຽງງົວພັນຊີ້ນ ແລະ ງົວພັນນົມ
(ພາບ: TTXVN)
(vovworld) - ງານວາງສະແດງ ແລະ ງານຕະຫລາດນັດງົວພັນຊີ້ນ, ງົວພັນນົມ ອາຊີ ປີ 2017 ຖືກໄຂຂຶ້ນໃນວັນທີ 08/03 ຢູ່ນະຄອນ ໂຮ່ຈີມິນ. ງານວາງສະແດງ ໂດຍກົມລ້ຽງສັດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ) ສົມທົບກັບສະຫະສະມາຄົມສົ່ງອອກຊີ້ນ ແລະ ສັດລ້ຽງ (MLA) ຂອງ ອົດສະຕາລີ ຈັດຕັ້ງ ເພື່ອແນໃສ່ອັບເດັດບັນດາຄວາມກ້າວໜ້າທາງດ້ານເຕັກນິກ, ວິທະຍາສາດ, ເຕັກໂນໂລຢີໃນການລ້ຽງງົວຈາກບັນດາປະເທດທີ່ມີພື້ນຖານລ້ຽງສັດພັດທະນາ ໃຫ້ແກ່ບັນດາວິສາຫະກິດ ແລະ ຊາວກະສິກອນ ຫວຽດນາມ. ເຂົ້າຮ່ວມງານວາງສະແດງມີທ່ານ Graig Chittick ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ຖືວ່າ ອົດສະຕາລີ ແລະ ຫວຽດນາມ ໄດ້ມີການພົວພັນຮ່ວມມືມາແຕ່ດົນນານໃນຂະແໜງການລ້ຽງງົວພັນຊີ້ນ ແລະ ງົວພັນນົມ ໂດຍຜ່ານຫລາຍຮູບການ. ການຮ່ວມມືໃນການລ້ຽງສັດ, ການຄ້າລະຫວ່າງ ຫວຽດນາມ - ອົດສະຕາລີ ແລະ ບັນດາປະເທດໃນພາກພື້ນ ອາຊີ ແມ່ນພື້ນຖານ ເພື່ອຮັກສາການພັດທະນາແບບຍືນຍົງ ຂອງລະບົບສະໜອງຜະລິດຕະພັນນົມ ແລະ ຊີ້ນ ໃນສະພາບທີ່ມີການແກ່ງແຍ້ງກັນນັບມື້ນັບຮ້າຍແຮງ.