ຫວຽດນາມ ຕັ້ງໜ້າກະກຽມກອງປະຊຸມຫົວເລື່ອງສະເພາະ IPU ພາກພື້ນອາຊີ - ປາຊີຟິກ

ຫວຽດນາມ ຕັ້ງໜ້າກະກຽມກອງປະຊຸມຫົວເລື່ອງສະເພາະ IPU ພາກພື້ນອາຊີ - ປາຊີຟິກ - ảnh 1
ທ່ານ​ນາງ ຕ່ອງ​ທິຟ໋ອງ ຮອງ​ປະທານ​
ຜູ້​ປະຈຳການ​ສະພາ​ແຫ່ງ​ຊາດ ຫວຽດນາມ
(ພາບ: ກວາງ​ແຄງ)

(vovworld) - ຕອນ​ບ່າຍ​ວັນ​ທີ 11/04, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ທ່ານ​ນາງ ຕ່ອງ​ທິຟ໋ອງ ຮອງ​ປະທານ​ຜູ້​ປະຈຳການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເປັນ​ປະທານ​ກອງ​ປະຊຸມ​ປຶກສາ​ຫາ​ລື​ບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ​ກອງ​ປະຊຸມ​ຫົວ​ເລື່ອງ IPU ພາກ​ພື້ນ ອາຊີ - ​ປາຊີ​ຟິກ ກ່ຽວ​ກັບ “ການຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ - ການ​ກະທຳ​ຂອງ​ບັນດາ​ນັກສ້າງ​ກົດໝາຍ ​​ແນ​ໃສ່​ປະຕິບັດ​ບັນດາ​​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ” ຢູ່​ນະຄອນ ​ໂຮ່ຈີ​ມິ​ງ, ຈະ​ດຳ​ເນີນ​ແຕ່​ວັນ​ທີ 11 – 13/05/2017. ກອງ​ປະຊຸມ​ແມ່ນ​ເວທີ​ປາ​ໄສ ​ເພື່ອ​ໃຫ້​ບັນດາ​ລັດຖະສະພາ, ສະມາຊິກ​ລັດຖະສະພາ​ໃນ​ພາກ​ພື້ນ, ບັນດາ​ນັກ​ອຸປະຖຳ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ແບ່ງປັນ​ບົດຮຽນ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ວິວັດ​ການ​ປະຕິບັດ​ສົນທິສັນຍາ​ແມ່​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ຂອງ ຫວຽດນາມ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ IPU, ພິ​ເສດ​ແມ່ນ​ໃນ​ສະພາບ​ການ ສະພາ​ແຫ່ງ​ຊາດ ຫວຽດນາມ ຫາ​ກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ຄະນະ​ບໍລິຫານ​ງານ IPU (2016 - 2019); ປະກອບສ່ວນ​ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນ​ເວທີ​ສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ