ຫວຽດນາມ ຕັ້ງໜ້າເຂົ້າຮ່ວມສັບປະດາວັດທະນະທຳ ນຳໃຊ້ພາສາຝຣັ່ງ ຢູ່ Mozambique

(VOVWORLD) -ສັບປະດາ ນຳໃຊ້ພາສາຝຣັ່ງ ຢູ່ Mozambique ແມ່ນເຫດການທີ່ຈັດຂຶ້ນທຸກປີຢູ່ປະເທດປະຈຳຖິ່ນ

ໃນຂອບເຂດສັບປະດາ ນຳໃຊ້ພາສາຝຣັ່ງ ຊື່ງຖືກຈັດຂຶ້ນຢູ່ Mozambique ແຕ່ວັນທີ 10-22 ມີນາ 2019, ສະຖານທູດ ຫວຽດນາມ ປະຈຳ Mozambique ໄດ້ຈັດການເຄື່ອນໄຫວຫຼາຍຢ່າງຢູ່ສູນວັດທະນະທຳ ຝຣັ່ງ - Mozambique, ປະກອບສ່ວນຍູ້ແຮງວຽກງານການໂຄສະນາເຜີຍແຜ່ກ່ຽວກັບ ຫວຽດນາມ ແລະ ປະຊາຄົມນຳໃຊ້ພາສາຝຣັ່ງ ສຳລັບປະຊາຊົນປະຈຳຖິ່ນ.

ຫວຽດນາມ ຕັ້ງໜ້າເຂົ້າຮ່ວມສັບປະດາວັດທະນະທຳ ນຳໃຊ້ພາສາຝຣັ່ງ ຢູ່ Mozambique  - ảnh 1 ສະຖານທູດຫວຽດນາມ ປະຈໍາ Mozambique ໂຄສະນາວັດທະນາທໍາ, ອາຫານການກິນຫວຽດນາມ ຢູ່ Mozambique (ພາບ:TTXVN)

ທີ່ເທດສະການອາຫານພື້ນເມືອງ ແລະ ງານມະໂຫລານດົນຕີ ຂອງປະຊາຄົມນຳໃຊ້ພາສາຝຣັ່ງ ຢູ່ສູນວັດທະນະທຳ ຝຣັ່ງ - Mozambique, ສະຖານທູດ ຫວຽດນາມ ໄດ້ສົມທົບກັບບັນດາຮ້ານອາຫານ ຫວຽດນາມ ຢູ່ນະຄອນຫຼວງ Maputo ແນະນຳອາຫານພື້ນເມືອງ ຫວຽດນາມ ຫຼາຍເຍື່ອງ ເຊັ່ນ: ແນມ, ເຂົ້າໜົມກຸ້ງ, ຂົ້ວມີ່, ພ້ອມດ້ວຍນ້ຳຫວານ, ກາເຟ… ໂດຍໄດ້ຮັບຄວາມນິຍົມຈາກຊາວທ້ອງຖິ່ນເປັນຈຳນວນຫຼວງຫຼາຍ.

ກ່ອນໜ້ານັ້ນ, ສະຖານທູດ ຫວຽດນາມ ກໍ່ໄດ້ສາຍບັນດາຮູບເງົາຫວຽດນາມ ທີ່ໄດ້ຮັບລາງວັນເມື່ອບໍ່ດົນມານີ້.

ສັບປະດາ ນຳໃຊ້ພາສາຝຣັ່ງ ຢູ່ Mozambique ແມ່ນເຫດການທີ່ຈັດຂຶ້ນທຸກປີຢູ່ປະເທດປະຈຳຖິ່ນ. ຜ່ານເຫດການດັ່ງກ່າວ, ສະຖານທູດຫວຽດນາມ ແລະ ປະຊາຄົມນຳໃຊ້ພາສາຝຣັ່ງ ປາຖະໜາຢາກສືບຕໍ່ຍົກສູງຄຸນຄ່າທາງດ້ານວັດທະນະທຳ ສັນຕິພາບ ມິດຕະພາບ, ເພີ່ມທະວີການໂຄສະນາກ່ຽວກັບຖານະບົດບາດ, ຄວາມສະໜິດຕິດພັນຂອງ ປະຊາຄົມນຳໃຊ້ພາສາຝຣັ່ງ ກັບອຳນາດການປົກຄອງ ແລະ ປະຊາຊົນປະຈຳຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ