ຫວຽດ​ນາມ ຕັດ​ສິນ​ໃຈ​ຮັກ​ສາ​ໝາກ​ຜົ​ນ​​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -  ຕອນບ່າຍວັນທີ 25 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມ ຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນໄລຍະປັດຈຸບັນ.
ຫວຽດ​ນາມ ຕັດ​ສິນ​ໃຈ​ຮັກ​ສາ​ໝາກ​ຜົ​ນ​​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ຮູ້ວ່າ, ພາຍຫຼັງເກືອບ 1 ປີ, ທຸກກຳລັງໄດ້ເຂົ້າຮ່ວມບັ້ນປ້ອງກັນ, ສະກັດກັ້ນໂລກລະບາດ, ຫວຽດນາມ ບັນລຸໄດ້ຜົນງານເບື້ອງຕົ້ນໃນການປ້ອງກັນ, ສະກັດກັ້ນ. ເຖິງຢ່າງໃດກໍຕາມ, ດ້ວຍລະດັບການແຜ່ລະບາດຢ່າງໄວວາຂອງໂລກລະບາດ ໂຄວິດ - 19 ຢູ່ຫຼາຍປະເທດໃນໂລກ, ພິເສດແມ່ນປະກົດມີສາຍພັນໃໝ່ຂອງເຊື້ອໄວຣັດນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຕັດສິນໃຈຮັກສາໝາກຜົນການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ໄດ້ເພື່ອໃຫ້ປະຊາຊົນຕ້ອນຮັບບຸນປີໃໝ່ດ້ວຍຄວາມປອດໄພ, ອົບອຸ່ນ ແລະ ເບີກບານມ່ວນຊື່ນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ຍົກລະດັບທັງໝົດມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ໄດ້ຜັນຂະຫຍາຍ, ເຊື່ອມຊຶມ ແລະ ປະຕິບັດໃນໄລຍະຜ່ານມາ; ຈັດຕັ້ງກສຍເຄື່ອນໄຫວຢູ່ໃນລະດັບສູງສຸດໃໝ່; ເພີ່ມທະວີວຽກງານກວດກາທາງບົກ. ກຳລັງປ້ອງກັນຊາຍແດນ, ຕຳຫຼວດປະຈຳຢູ່ດ່ານຊາຍແດນ, ອຳນາດການປົກຄອງຂັ້ນຮາກຖານ ແລະ ປະຊາຊົນຢູ່ເຂດຊາຍແດນ ຈົ່ງເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນການປະຕິບັດຂໍ້ກຳນົດຕ່າງໆກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ