(vovworld) - ຕອນບ່າຍວັນທີ 25/03 (ຕາມເວລາຫວຽດນາມ), ຢູ່ ລາໄຮ, ປະເທດໂຮນລັງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະກອງປະຊຸມສຸດຍອດຄວາມໝັ້ນຄົງປອດໄພດ້ານນິວເຄຼຍຄັ້ງທີ 3. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຄວາມຮອບຜິດຊອບຕົ້ນຕໍ່ໃນການຮັບປະກັນຄວາມປອດໄພດ້ານນິວເຄຼຍແມ່ນຂຶ້ນກັບແຕ່ລະປະເທດ, ຫວຽດນາມ ໄດ້ປັບປຸງລະບົບກົດໝາຍກ່ຽວກັບຄວາມປອດໄພດ້ານນິວເຄຼຍເທື່ອລະກ້າວ, ຮັບປະກັນການຄວບຄຸມຄວາມປອດໄພບັນດາແຫຼ່ງກຳມັນຕະພາບລັງສີລະດັບສູງເກືອບທັງໝົດ, ເລີ່ມຜັນຂະຫຍາຍບັນດາມາດຕະການກວດກາໃນການສົ່ງອອກນຳເຂົ້າແຫຼ່ງກຳມັນຕະພາບລັງສີຢູ່ບາງສະໜາມບິນ ແລະ ທ່າກໍ່າປັ່ນ, ບຳລຸງສ້າງຖັນແຖງພະນັກງານ ແລະ ສ້າງວັດທະນະທຳຄວາມປອດໄພໃຫ້ບັນດາອົງການທີ່ກ່ຽວຂ້ອງ, ພ້ອມທັງເຂົ້າຮ່ວມເຄື່ອງມືດ້ານກົດໝາຍ ແລະ ບັນດາຂໍ້ລິເລີ່ມທີ່ກ່ຽວຂ້ອງເຖິງຄວາມປອດໄພດ້ານນິວເຄຼຍຢ່າງຕັ້ງໜ້າ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຕີລາຄາສູງບົດບາດໃຈກາງຂອງອົງການພະລັງງານປະລະມານູສາກົນ (IAEA) ໃນໂຄງປະກອບຄວາມປອດໄພດ້ານນິວເຄຼຍ ສາກົນ. ຫວຽດນາມ ໄດ້ປະກອບສ່ວນເຂົ້າບັນດາການເຄື່ອນໄຫວຂອງ IAEA ຢ່າງຕັ້ງໜ້າ, ກໍ່ຄືນຳໃຊ້ແຫຼ່ງທຶນໜູນຊ່ວຍຂອງ IAEA ກ່ຽວກັບຄວາມປອດໄພດ້ານນິວເຄຼຍຢ່າງມີປະສິດທິຜົນ. ໃນຖານະເປັນສະມາຊິກ ແລະ ເປັນປະທານສະພາຜູ້ວ່າການ IAEA ອາຍຸການ 2013 – 2014, ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບບັນດາຄູ່ຮ່ວມມືປະກອບສ່ວນຮັບປະກັນຄວາມປອດໄພດ້ານນິວເຄຼຍໃນທົ່ວໂລກຢ່າງຕັ້ງໜ້າ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຊີ້ແຈ້ງວ່າການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດໝາຍສັນຕິພາບ, ບໍ່ແຜ່ຂະຫຍາຍ ແລະ ປອດອາວຸດນິວເຄຼຍ ແມ່ນຈຸດໝາຍລວມເຊິ່ງມະນຸດພວມມຸ່ງໄປເຖິງ. ພ້ອມກັບການສົ່ງເສີມບັນດາປະເທດເຂົ້າຮ່ວມມາດຕະການສະໝັກໃຈເໝາະສົມກັບຄວາມສາມາດ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຖືວ່າ, ປະເທດຕ່າງໆຕ້ອງມີບັນດາລາຍການ, ມາດຕະການຢ່າງລະອຽດ ແລະ ເໝາະສົມ ເພື່ອໜູນຊ່ວຍບັນດາປະເທດພວມພັດທະນາໃນຂົງເຂດດັ່ງກ່າວ ແລະ ຈະສືບຕໍ່ເພີ່ມທະວີບົດບາດຂອງລະບອບຫຼາຍຝ່າຍ, ພິເສດແມ່ນ IAEA ແລະ ສະຫະປະຊາຊາດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນອກກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍ ຢູ່ໂຮນລັງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ມີບັນດາການແລກປຽນ, ພົບປະກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon ແລະ ທ່ານປະທານາທິບໍດີຝລັ່ງ Francois Hollande.
ທີ່ການພົບປະກັນທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki Moon, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາບັນຫາສຳຄັນ ທີ່ພວມດຶງດູດຄວາມສົນໃຈຈາກບັນດາສະມາຊິກສະຫະປະຊາຊາດ. ທ່ານເລຂາທິການໃຫຍ່ Ban Ki Moon ໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ເຂົ້າໃນບັນດາບັນຫາລວມຂອງສະຫະປະຊາຊາດ.
ເມື່ອແລກປ່ຽນກັບທ່ານປະທານາທິບໍດີຝລັ່ງ Francois Hollande, ການນຳ 2 ທ່ານໄດ້ເຫັນດີຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດ, ພິເສດແມ່ນສຳເລັດແຜນການເຄື່ອນໄຫວກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຝລັ່ງໂດຍໄວ, ຜັນຂະຫຍາຍບັນດາມາດຕະການລະອຽດເພື່ອໃຫ້ປີຫວຽດນາມ ຢູ່ຝລັ່ງ 2014 ໄດ້ຮັບຜົນສຳເລັດຢ່າງຈົບງາມ.