ຫວຽດ​ນາມ ຕີ​ລາ​ຄາ​ສູງວ​ຽກ​ງານ​ກະ​ກຽມ​ຂອງ​ລາວ ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ

(VOVWORLD) - ທ່ານຮອງລັດຖະມົນຕີ ໂດຮຸ່ງວຽດ ພ້ອມກັບຫົວໜ້າ SOM ອາຊຽນ ບັນດາປະເທດ ໄດ້ແລກປ່ຽນ, ຕີລາຄາສູງກ່ຽວກັບສະພາບການຜັນຂະຫຍາຍບັນດາຂໍ້ລິເລີ່ມ, ບຸລິມະສິດໃນການຮ່ວມມືຂອງ ອາຊຽນໃນປີນີ້, ສ້າງວິໄສທັດປະຊາຄົມ ອາຊຽນ 2045
ຫວຽດ​ນາມ ຕີ​ລາ​ຄາ​ສູງວ​ຽກ​ງານ​ກະ​ກຽມ​ຂອງ​ລາວ ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຮຸ່ງວຽດ, ຫົວໜ້າ SOM ASEAN ຫວຽດນາມ(ພາບ:  TTXVN )

ວັນທີ 7 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮວ່ມກອງປະຊຸມ ບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM ASEAN) ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 44, 45 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດຮຸ່ງວຽດ ພ້ອມກັບຫົວໜ້າ SOM ບັນດາປະເທດໄດ້ຕີລາຄາສູງ ວຽກງານກະກຽມຂອງ ລາວໃນທຸກດ້ານ, ທ່ານຢັ້ງຢືນວ່າ ຈະສົມທົບກັນກັບປະເທດປະທານອາຊຽນ ລາວ ຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງບັນດາກອງປະຊຸມ. ກໍ່ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ໂດຮຸ່ງວຽດ ພ້ອມກັບຫົວໜ້າ SOM ອາຊຽນ ບັນດາປະເທດ ໄດ້ແລກປ່ຽນ, ຕີລາຄາສູງກ່ຽວກັບສະພາບການຜັນຂະຫຍາຍບັນດາຂໍ້ລິເລີ່ມ, ບຸລິມະສິດໃນການຮ່ວມມືຂອງ ອາຊຽນໃນປີນີ້, ສ້າງວິໄສທັດປະຊາຄົມ ອາຊຽນ 2045, ຜັນຂະຫຍາຍຂັ້ນຕອນໜູນຊ່ວຍ ຕີມໍແລັດສະເຕ ກາຍເປັນສະມາຊິກສົມບູນຂອງ ອາຊຽນ, ເພີ່ມທະວີການພົວພັນທາງການທູດ ກັບ ອາຊຽນ ແລະ ຫຼາຍບັນຫາອື່ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ