ພາບປະກອບ
(vovworld) – ຕອນເຊົ້າວັນທີ 2/2, ຢູ່ ຮ່າໂນ້ຍ ໄດ້ປຸກລະດົມຂະບວນການທົ່ວປວງຊົນຕອບສະໜອງ ”ວັນດິນນ້ຳຖ້ວມໂລກ” ດ້ວຍຫົວຂໍ້ວ່າ ”ວັນດິນນ້ຳຖ້ວມໂລກປີ 2013 - ພ້ອມກັນປົກປັກຮັກສາແຫຼ່ງນ້ຳ”. ວັນທີ 2/2 ຂອງທຸກປີໄດ້ຮັບການເລືອກເຟັ້ນເປັນວັນດິນນ້ຳຖ້ວມ, ຕາມສົນທິສັນຍາສາກົນກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ເຂດດິນນ້ຳຖ້ວມຢ່າງເໝາະສົມ. ຢູ່ຫວຽດນາມ, ດ້ວຍເນື້ອທີ່ດິນນ້ຳຖ້ວມກວ່າ 10 ລ້ານເຮັກຕາ, ນັ້ນແມ່ນລະບົບແມ່ນ້ຳ, ໜອງ, ຫ້ວຍ, ສະນ້ຳ…ມັນໄດ້ຕິດພັນກັບປະຊາຊົນ ແລະ ມີບົດບາດໃຫຍ່ຫຼວງໃນຊີວິດການເປັນຢູ່ຂອງເຂົາເຈົ້າ. ຕອບສະໜອງເຫດການນີ້, ກົມໃຫຍ່ສິ່ງແວດລ້ອມ, ສູນຄົ້ນຄ້ວາສິ່ງແວດລ້ອມ ແລະ ປະຊາຄົມ, ສະໂມສອນໜອງ ຮ່າໂນ້ຍ ໄດ້ຈັດຕັ້ງວັນດິນນ້ຳຖ້ວມ 2013 ຂຶ້ນ. ທ່ານນາງ ຮ່ວາງທິແທນຍ່ານ, ຮອງຫົວໜ້າກົມອະນຸລັກຮັກສາຊີວະນາໆພັນ, ສັງກັດກົມໃຫຍ່ສິ່ງແວດລ້ອມຫວຽດນາມ, ໃຫ້ຮູ້ວ່າ:
”ນ້ຳມີບົດບາດສຳຄັນທີ່ສຸດສຳລັບຊີວິດ ແລະ ດິນນ້ຳຖ້ວມກໍ່ມີບົດບາດໃນການຮັກສາແຫຼ່ງນ້ຳ. ນີ້ແມ່ນໂອກາດເພື່ອໃຫ້ປະຊາຄົມເຂົ້າຮ່ວມການອະນຸລັກຮັກສາດິນນ້ຳຖ້ວມ ຜ່ານການເຄື່ອນໄຫວຕ່າງໆຄືທຳຄວາມສະອາດໃຫ້ເຂດໜອງ, ກຳຈັດຂີ້ເຫຍື່ອຢູ່ເຂດດິນນ້ຳຖ້ວມ”.