ຫວຽດນາມ ຕອບສະໜອງວັນສິ່ງແວດລ້ອມໂລກ 5 ມິຖຸນາ

(VOVWORLD) - ໃນລາຍການນີ້, ທາງນະຄອນໄດ້ປູກຕົ້ນໄມ້ 110 ພັນຕົ້ນຢູ່ຫໍມູນເຊື້ອປະຕິວັດ ຫວູງເຕົ່າ ແລະ ເຂດແຄມແມ່ນ້ຳ ຈ່າວ່າ, ຕາແສງ ເຕີນຫາຍ, ເມືອງເຕີນແທ່ງ
ຫວຽດນາມ ຕອບສະໜອງວັນສິ່ງແວດລ້ອມໂລກ 5 ມິຖຸນາ - ảnh 1 ພາບປະກອບ

ເພື່ອຕອບສະໜອງວັນສິ່ງແວດລ້ອມໂລກ (5 ມິຖຸນາ), ຕອນເຊົ້າວັນທີ 5 ມິຖຸນາ, ຢູ່ນະຄອນ ຫວູງເຕົ່າ, ແຂວງ ບ໋າເຣ້ຍຫວູງເຕົ່າ ໄດ້ຈັດຕັ້ງພິທີປຸກລະດົມລາຍການປູກຕົ້ນໄມ້ 1 ລ້ານຕົ້ນ. ໃນລາຍການນີ້, ທາງນະຄອນໄດ້ປູກຕົ້ນໄມ້ 110 ພັນຕົ້ນຢູ່ຫໍມູນເຊື້ອປະຕິວັດ ຫວູງເຕົ່າ ແລະ ເຂດແຄມແມ່ນ້ຳ ຈ່າວ່າ, ຕາແສງ ເຕີນຫາຍ, ເມືອງເຕີນແທ່ງ. ທ່ານ ຫງວຽນວັນຕ໋າຍ, ຫົວໜ້າກົມໃຫຍ່ສິ່ງແວດລ້ອມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ໃຫ້ຮູ້ວ່າ:

“ປະທານ ໂຮ່ຈີມິນ ໄດ້ຮຽກຮ້ອງໃຫ້ທຸກຄົນຈົ່ງປູກຕົ້ນໄມ້ຂຽວ, ກ່ອນນີ້, ເລື່ອງປູກຕົ້ນໄມ້ພຽງຜັນຂະຫຍາຍໃນບັນດາກະຊວງ, ຂະແໜງການ, ວົງຄະນະຍາດເຂດຊຸມຊົນ, ບັນດາທ້ອງຖິ່ນເທົ່ານັ້ນ ແຕ່ມາຮອດປະຈຸບັນໄດ້ມີການເຂົ້າຮ່ວມຕື່ມອີກຂອງວິສາຫະກິດ. ນີ້ແມ່ນວິທີໃໝ່ເພື່ອໃຫ້ພວກເຮົາມີເປົ້າໝາຍເຂົ້າຮ່ວມຕື່ມອີກ, ພ້ອມທັງລະດົມແຫຼ່ງກຳລັງເພື່ອແກ້ໄຂບັນຫາສິ່ງແວດລ້ອມ, ຕ້ານໄພພິບັດທຳມະຊາດ, ແກ້ໄຂບັນດາບັນຫາອື່ນໆອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ