​ຫວຽດ​ນາມ ຖື​ເປັ​ນ​ສຳ​ຄັນ ​ແລະ ຢາກ​ເຮັດ​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບລາ​ຊະ​ອາ​ນາ​ຈັກ​ອັງກິດ ເລິກ​ເຊິ່ງ​ຂຶ້ນ​ຕື່ມ.

(VOVWORLD) -ຕອນບ່າຍວັນທີ 29 ມີນາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບ ທ່ານນາງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບບັນດາບັນຫາອາຊີ, ກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ Amanda Milling ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
​ຫວຽດ​ນາມ ຖື​ເປັ​ນ​ສຳ​ຄັນ ​ແລະ ຢາກ​ເຮັດ​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບລາ​ຊະ​ອາ​ນາ​ຈັກ​ອັງກິດ ເລິກ​ເຊິ່ງ​ຂຶ້ນ​ຕື່ມ. - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ຕ້ອນຮັບ ທ່ານນາງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບບັນດາບັນຫາອາຊີ, ກະຊວງການຕ່າງປະເທດ ແລະ ພັດທະນາ ອັງກິດ Amanda Milling (ພາບ:  TTXVN)

ທີ່ການພົບປະ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ລາຊະອານາຈັກອັງກິດເລິ່ງເຊິ່ງຂຶ້ນຕື່ມ; ທ່ານສະເໜີໃຫ້ສອງຝ່າຍສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນຂັ້ນສູງ,ເພີ່ມທະວີປະສິດທິຜົນບັນດາກົນໄກຮ່ວມມືສຳຄັນ; ພ້ອມທັງແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ; ເປີດກວ້າງການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ສາທາລະນະສຸກ.

        ສ່ວນ ທ່ານນາງລັດຖະມົນຕີການຕ່າງປະເທດ ອັງກິດ Amanda Milling ຢືນຢັນວ່າ: ລາຊະອານາຈັກອັງກິດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ໃນສະພາບທີ່ ອັງກິດ ພວມດັດປັບນະໂຍບາຍຕາມທິດເພີ່ມທະວີການຮ່ວມມືກັບພາກພື້ນອິນເດຍ-ປາຊີຟິກ. ຫວັງຢ່າງເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງ ແລະ ຄວາມຕ້ອງການຂອງສອງປະເທດ. ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາງຈັກອັງກິດ Amanda Milling ຕີລາຄາສູງຄຳໝັ້ນສັນຍາຢ່າງເຂັ້ມແຂງຂອງ ຫວຽດນາມ ທີ່ກອງປະຊຸມ COP-26 ກ່ຽວກັບການປ່ອຍອາຍພິດລົງລະດັບ “0” ຮອດປີ 2050 ແລະ ໃຫ້ຮູ້ວ່າ ລາຊະອານາຈັກອັງກິດ ຈະຮ່ວມເດີນທາງໜູນຊ່ວຍ ຫວຽດນາມ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ