ຫວຽດ​ນາມ ນອນ​ໃນTop ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ

(VOVWORLD) -ຫວຽດນາມ ແມ່ນ ໜຶ່ງໃນ 7 ປະເທດທຳອິດທີ່ມີຊື່ຢູ່ໃນ ບັນຊີລາຍຊື່: 50 ປະເທດໃນໂລກ ທີ່ບັນລຸການເຕີບໂຕໄຟຟ້າໃຊ້ແຮງລົມ ແລະ ໄຟຟ້າແສງຕາເວັນຢູ່ລະດັບໄວທີ່ສຸດ.

ຫວຽດ​ນາມ ນອນ​ໃນTop ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ - ảnh 1ພາບປະກອບ: VOV

ຂໍ້ມູນດັ່ງກ່າວມີຢູ່ໃນບົດລາຍງານສະບັບຫຼ້າສຸດ ທີ່ ອົງການ Emberຫາກໍ່ ປະກາດ. ນີ້ແມ່ນອົງການຄົ້ນຄ້ວາແບບເອກະລາດ, ບໍ່ຫວັງຜົນກຳໄລຢູ່ ອັງກິດ ດ້ວຍເປົ້າໝາຍຢາກຊຸກຍູ້ໂລກຫັນປ່ຽນຈາກພະລັງງານຖ່ານຫີນໄປເປັນພະລັງງານສະອາດ.

ຕາມອົງການ Ember ແລ້ວ, ຫວຽດນາມ ມີການພັດທະນາຢ່າງກະໂດດຂັ້ນກ່ຽວກັບການພັດທະນາໄຟຟ້າແສງຕາເວັນ ແລະ ໄຟຟ້າໃຊ້ແຮງລົມ. ຫວຽດນາມ ພ້ອມກັບ ໂຮນລັງ ແລະ ອົດສະຕາລີ ແມ່ນ 3 ປະເທດ ມີການຫັນປ່ຽນກ່ວາ 8% ຍອດຄວາມຕ້ອງການໄຟຟ້າຈາກແຫຼ່ງຝອດຊິວ ໄປເປັນໄຟຟ້າໃຊ້ແຮງລົມ ແລະ ແສງຕາເວັນພາຍໃນເວລາພຽງແຕ່ 2 ປີຜ່ານມາ. ລະອຽດແມ່ນ, ໄລ່ສະເພາະໃນປີ 2021, ປະລິມານ ໄຟຟ້າແສງຕາເວັນຢູ່ ຫວຽດນາມ ເພີ່ມຂຶ້ນ 337%, ປະມານ 17 TWH ເຊິ່ງນຳຫວຽດນາມ ກາຍເປັນປະເທດຜະລິດໄຟຟ້າແສງຕາເວັນໃຫຍ່ອັນດັບທີ 10 ໃນທົ່ວໂລກ ແລະ ແມ່ນປະເທດໜຶ່ງດຽວຢູ່ອາຊີ ມີປະລິມານໄຟຟ້າຜະລິດຈາກແສງຕາເວັນ ລື່ນກາຍຄວາມຕ້ອງການໄຟຟ້າເພີ່ມຂຶ້ນໃນປີ 2021. ຮອດທ້າຍປີ 2021, ຍອດປະລິມານໄຟຟ້າ ທີ່ຫວຽດນາມ ຜະລິດຈາກແຮງລົມ ແລະ ແສງຕາເວັນໄດ້ເພີ່ມຂຶ້ນທົບ 4 ເທົ່າເມື່ອທຽບໃສ່ປີ 2019.

ສ່ວນເວັບໄຊ Nikkei Assia ໄດ້ເນັ້ນໜັກເຖິງການພັດທະນາທີ່ເປັນໜ້າປະທັບໃຈຂອງ ຫວຽດນາມ ກ່ຽວກັບໄຟຟ້າໃຊ້ແຮງລົມ ດ້ວຍຫົວຂໍ້: ໄຟຟ້າໃຊ້ແຮງລົມຢູ່ທ່າມກາງທະເລຂອງ ຫວຽດນາມ ມີສະມັດຕະພາບ ບັນລຸລະດັບສະຖິຕິ

ຕອບກັບ

ຂ່າວ/ບົດ​ອື່ນ