(vovworld) - ວັນທີ 9/2 ຢູ່ນະຄອນຫລວງ ລອນດອນ, ອົງການການຄ້າ ແລະ ລົງທຶນ ຂອງອັງກິດໄດ້ຈັດຕັ້ງກອງປະຊຸມໃຫຍ່ ແນະນຳບັນດາກາລະໂອກາດການລົງທຶນຢູ່ ຕະຫລາດ12 ແຫ່ງ ທີ່ມີການເຕີບໂຕສູງ ແລະ ຫາກໍພົ້ນເດັ່ນຂຶ້ນ ຢູ່ ອາຊີ, ໃນນັ້ນມີຫວຽດນາມ ໃຫ້ແກ່ບັນດາວິສາຫະກິດ ອັງກິດ ເພື່ອສົ່ງເສີມໃຫ້ເຂົາເຈົ້າຊອກຫາກາລະໂອກາດດຳເນີນທຸລະກິດຢູ່ບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນນີ້. ທ່ານ Vince Cabble ລັດຖະມົນຕີກະຊວງດຳເນີນທຸລະກິດ, ຄວາມຊຳນານງານ ແລະ ປັບປຸງ ຂອງ ອັງກິດ ຊຶ່ງແມ່ນຜູ້ທີ່ຫາກໍມີການຢ້ຽມຢາມຫວຽດນາມ ໄດ້ພ້ອມກັບຜູ້ຊ່ຽວຊານການຄ້າຫລາຍທ່ານ ແລະ ບັນດາວິສາຫະກິດ ພວມດຳເນີນທຸລະກິດສຳເລັດຜົນຢູ່ ອາຊີ ໄດ້ຊີ້ໃຫ້ເຫັນບັນດາສາຍເຫດຊຶ່ງບັນດາວິສາຫະກິດ ອັງກິດ ຄວນມາສຳຫລວດກາລະໂອກາດການລົງທຶນ ຢູ່ ຕະຫລາດ 12 ແຫ່ງດັ່ງກ່າວ, ໃນນັ້ນ ມີຫວຽດນາມ.ອັງກິດຖືຫວຽດນາມ ແມ່ນຫນຶ່ງໃນບັນດາພື້ນຖານເສດຖະກິດມີການເຕີບໂຕຢ່າງວ່ອງໄວ ແລະ ຂະຫຍັນຂັນເຄື່ອນ ຢູ່ ອາຊີ, ມີພົນລະເມືອງຫນຸ່ມແຫນ້ນ ແລະ ເປັນຈຳນວນຫລາຍ. ຫວຽດນາມ ແລະ ອັງກິດ ມີສາຍພົວພັນທາງດ້ານການເມືອງອັນດີງາມ, ສອງປະເທດສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດເມື່ອປີ 2010 ແລະ ເດືອນ 12 ປີ 2011 ໄດ້ເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ, ນະຄອນ ໂຮ່ຈິມີນ ແລະ ລອນດອນ. ບັນດາປັດໃຈນີ້ ຈະຊ່ວຍສ້າງກາລະໂອກາດຫລາຍຢ່າງໃນການຮ່ວມມືດຳເນີນທຸລະກິດທີ່ມີຕໍ່ວິສາຫະກິດ ອັງກິດ