ຫວຽດ​ນາມ ນຳ​ເນື້ອ​ໃນ​ສິດ​ທິ​ມະ​ນຸດ​ເຂົ້​າ​ໃນ​ຫຼັກ​ສູດ​ການ​ສຶກ​ສາ

(VOVWORLD) -“ຖືມະນຸດເປັນໃຈກາງ, ເປັນເຈົ້າຂອງ, ເປັນແຫຼ່ງກຳລັງ ແລະ ເປັນແຫຼ່ງກຳລັງໜູນແກ່ການພັດທະນາຂອງປະເທດ ແລະ ການປົກປັກຮັກສາປະເທດຊາດ”. 

“ທັດສະນະແຜນນະໂຍບາຍຂອງພັກ ກອມມູນິດ ຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ ແລະ ພິເສດແມ່ນໃນບັນດາອາຍຸການມໍ່ໆມານີ້ ລ້ວນແຕ່ໄດ້ກຳນົດຢ່າງຈະແຈ້ງວ່າ: “ຖືມະນຸດເປັນໃຈກາງ, ເປັນເຈົ້າຂອງ, ເປັນແຫຼ່ງກຳລັງ ແລະ ແມ່ນແຫຼ່ງກຳລັງໜູນແກ່ການພັດທະນາຂອງປະເທດ ແລະ ການປົກປັກຮັກສາປະເທດຊາດ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີ ສູນກາງ ຫງວຽນຊວັນທັງ ໃນກອງປະຊຸມສະຫຼຸບວຽກງານປະຕິບັດ ແຜນຮ່າງ ນຳເນື້ອໃນສິດທິມະນຸດ ເຂົ້າໃນຫຼັກສູດການສຶກສາໃນລະບົບການສຶກສາແຫ່ງຊາດ ໄລຍະ 2017 – 2021”.

ຫວຽດ​ນາມ ນຳ​ເນື້ອ​ໃນ​ສິດ​ທິ​ມະ​ນຸດ​ເຂົ້​າ​ໃນ​ຫຼັກ​ສູດ​ການ​ສຶກ​ສາ - ảnh 1ທ່ານຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຫງວຽນຊວັນທັງ ກ່າວຄຳເຫັນໃນກອງປະຊຸມສະຫຼຸບວຽກງານປະຕິບັດ ແຜນຮ່າງ ນຳເນື້ອໃນສິດທິມະນຸດ ເຂົ້າໃນຫຼັກສູດການສຶກສາໃນລະບົບການສຶກສາແຫ່ງຊາດ ໄລຍະ 2017 – 2021” (ພາບ: VOV)
ທ່ານ ຫງວຽນຊວັນທັງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຮຽກຮ້ອງໃຫ້ບັນດາຮາກຖານການສຶກສາໃນລະບົບສຶກສາແຫ່ງຊາດ ຈົ່ງຈັດການສຶກສາກ່ຽວກັບສິດທິມະນຸດ, ປະກອບສ່ວນເຂົ້າໃນການສ້າງລັດແຫ່ງສິດອຳນາດນິຕິບັນຍັດສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.

ແຜນຮ່າງ “ນຳເນື້ອໃນສິດທິມະນຸດເຂົ້າໃນຫຼັກສູດການສຶກສາໃນລະບົບການສຶກສາແຫ່ງຊາດ ໄລຍະ 2017 – 2025” ໄດ້ຮັບການອະນຸມັດຜ່ານໃນວັນທີ  5 ກັນຍາ ປີ 2017, ເຊິ່ງສະແດງໃຫ້ເຫັນການປະຕິບັດຄຳໝັ້ນສັນຍາ, ຄວາມຮັບຜິດຊອບຂອງລັດ ຫວຽດນາມ ຕໍ່ປະຊາຄົມສາກົນ ກ່ຽວກັບການຍູ້ແຮງການເຄື່ອນໄຫວສຶກສາສິດທິມະນຸດ./.

ຕອບກັບ

ຂ່າວ/ບົດ​ອື່ນ