(vovworld) - ຕອນເຊົ້າວັນທີ 23/4, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກໄຂ້ຫວັດມະນຸດ ໄດ້ຈັດກອງປະຊຸມປຶກສາຫາລືມາດຕະການສືບຕໍ່ປ້ອງກັນ ແລະ ຕ້ານໂລກລະບາດໄຂ້ຫວັດ A/H7N9. ທີ່ກອງປະຊຸມ, ຜູ້ຕາງໜ້າກົມສາທາລະນະສຸກສຳຮອງ ສັງກັດກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ສະພາບການໂລກໄຂ້ຫວັດ A/H7N9 ຢູ່ ຈີນ ພວມຜັນແປ່ໄປຢ່າງສັບສົນ. ມາຮອດປະຈຸບັນ, ມີ 102 ກໍລະນີຖືກຕິດໄວຣັດ H7N9, ໃນນັ້ນມີ 21 ກໍລະນີຖືກເສຍຊີວິດ. ຢູ່ ຫວຽດນາມ ຍັງບໍ່ທັນຮັບຮູ້ກໍລະນີໃດຕິດໂລກໄຂ້ຫວັດ A/H7N9 ສຳລັບຄົນ ແລະ ສັດປີກ. ແຕ່ເຖິງຢ່າງໃດກໍ່ຕາມ, ໂລກໄຂ້ຫວັດສັດປີກ A/H7N9 ອາດສາມາດແຜ່ລະບາດໃນວົງກ້ວາງ. ກະຊວງສາທາລະນະສຸກໄດ້ເພີ່ມທະວີການຕິດຕາມກວດກາຢູ່ບັນດາດ່ານຊາຍແດນ, ກວດກາແຂກເຂົ້າເມືອງດ້ວຍເຄື່ອງວັດອຸນຫະພູມຮ່າງກາຍເພື່ອແນໃສ່ກວດພົບບັນດາກໍລະນີທີ່ສົງໄສ, ດຳເນີນການແຍກຄົນເຈັບເພື່ອປິ່ນປົວຢ່າງທັນການ. ສາດສະດາຈານ, ດຣ ຈິ້ງກວນຮ໋ວນ, ຜູ້ຊ່ຽວຊານຂັ້ນສູງກະຊວງສາທາລະນະສຸກໃຫ້ຮູ້ວ່າ:
“ໄວຣັດ H7N9 ມີລັກສະນະແຜ່ລາມຄືໄວຣັດ H5N1 ແຕ່ລະດັບກໍ່ໃຫ້ເກີດພະຍາດ ແລະ ລັກສະນະເປັນພິດແມ່ນໜ້ອຍກ່ວາ ແຕ່ເຖິງຢ່າງໃດກໍ່ຕາມ, ເປັນຫຍັງ ມີຄົນເຈັບເສຍຊີວິດຫຼາຍ ແລະ ອາດສາມາດມີການປ່ຽນສາຍພັນຫຼືບໍ່?... ປະຈຸບັນ, ອົງການສາທາລະນະສຸກໂລກ ຍັງບໍ່ທັນຊອກເຫັນສາຍເຫດໄດ້ເທື່ອ. ດັ່ງນັ້ນ, ການສົມທົບລະຫວ່າງບັນດາອົງການພາຍໃນປະເທດທີ່ກ່ຽວຂ້ອງເຖິງລະບົບຕິດຕາມກວດກາ ແລະ ລະບົບປິ່ນປົວຄວນປະຕິບັດຢ່າງໜັກແໜ້ນກ່ວາອີກ. ພິເສດ, ບັນດາກໍລະນີນອນໂຮງໝໍຕ້ອງກວດພົບໂດຍໄວ”