ຫວຽດ​ນາມ ບໍ່​ນອນ​ໃນ​ບັນ​ຊີ​ລາຍ​ຊື່​ປະ​ເທດ​ຖືກ​ຕິດ​ຕາມກວດ​ກາ ກ່ຽວ​ກັບ​ການຄອບ​ງຳ​ເງິນ​ຕາ​ຂອງ ອາ​ເມ​ລິ​ກາ

(VOVWORLD) - ບົດລາຍງານກ່ຽວກັບ “ນະໂຍບາຍເສດຖະກິດມະຫາພາກ ແລະ ເງິນຕາຕ່າງປະເທດຂອງບັນດາຄູ່ຮ່ວມມືການຄ້າລາຍໃຫຍ່ຂອງ ອາເມລິກາ” ໂດຍກະຊວງການເງິນ ອາເມລິກາ ປະກາດໃນວັນທີ 17 ມິຖຸນາ ໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ບໍ່ມີຊື່ໃນບັນຊີລາຍຊື່ປະເທດຖືກຕິດຕາມກວດກາກ່ຽວກັບການຄອບງຳເງິນຕາຂອງອົງການນີ້.
ຫວຽດ​ນາມ ບໍ່​ນອນ​ໃນ​ບັນ​ຊີ​ລາຍ​ຊື່​ປະ​ເທດ​ຖືກ​ຕິດ​ຕາມກວດ​ກາ ກ່ຽວ​ກັບ​ການຄອບ​ງຳ​ເງິນ​ຕາ​ຂອງ ອາ​ເມ​ລິ​ກາ - ảnh 1ສຳນັກງານທະນາຄານແຫ່ງລັດ ຫວຽດນາມ (ພາບ: baochinhphu.vn)

ໃນບົດລາຍງານ, ກະຊວງການເງິນ ອາເມລິກາ ໄດ້ຍົກອອກ 7 ພື້ນຖານເສດຖະກິດເຂົ້າໃນບັນຊີລາຍຊື່ດັ່ງກ່າວ, ເຊິ່ງລວມມີ: ຈີນ, ສ.ເກົາຫຼີ, ເຢຍລະມັນ, ມາເລເຊຍ, ສິງກະໂປ, ສະວິດ ແລະ ໄຕ້ຫວັນ (ຈີນ).

        ໃນບັນດາການເຮັດວຽກກັບທະນາຄານແຫ່ງລັດ ຫວຽດນາມ ໃນໄລຍະຜ່ານມາ, ກະຊວງການເງິນ ອາເມລິກາ ສືບຕໍ່ຕີລາຄາສູງ ຫວຽດນາມ ບໍລິຫານນະໂຍບາຍເງິນຕາ, ອັດຕາແລກປ່ຽນເງິນຕາໃນໄລຍະຜ່ານມາ ໄດ້ຮັບການຮັກສາ ຊ່ວຍເຮັດໃຫ້ຕະຫຼາດການເງິນ, ເງິນຕາ, ເສດຖະກິດມະຫາພາກເປັນປົກກະຕິ ໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ.


ຕອບກັບ

ຂ່າວ/ບົດ​ອື່ນ