ຫວຽດນາມ - ປອກຕຸຍການ ເພີ່ມທະວີການຮ່ວມມື ດ້ານນິຕິບັນຍັດ
(ທ່ານ Antonio Filipe, ຮອງປະທານສະພາແຫ່ງຊາດປອກຕຸຍການ)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ປອກຕຸຍການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ປອກຕຸຍການ, ຕອນບ່າຍວັນທີ 26/06, ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ນຳໜ້າ, ໄດ້ມີການເຮັດວຽກກັບທ່ານ Antonio Filipe, ຮອງປະທານສະພາແຫ່ງຊາດປອກຕຸຍການ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ເນັ້ນໜັກວ່າ: ປະຈຸບັນ, ປອກຕຸຍການ ໄດ້ມີສະຖານກົງສູນກິຕິມະສັກປະຈຳຫວຽດນາມ ແລະ ຫວຽດນາມ ປາດຖະໜາຢາກໄດ້ຮັບການສົມທົບກັນຈາກຝ່າຍປອກຕຸຍການ ເພື່ອນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່, ສະໜັບສະໜູນຫວຽດນາມ ເພີ່ມທະວີການພົວພັນກັບແຕ່ລະປະເທດໃນສະຫະພາບເອີລົບ (EU) ເວົ້າສະເພາະ ແລະ ກັບ EU ເວົ້າລວມ, ໃນນັ້ນມີເລື່ອງອະນຸມັດຜ່ານສັນຍາຮ່ວມມືຮອບດ້ານລະຫວ່າງຫວຽດນາມ - EU (PCA) ໂດຍໄວ, ລົງນາມໃນສັນຍາການຄ້າເສລີຫວຽດນາມ - EU (FTA) ແລະ ຮັບຮູ້ຫວຽດນາມ ມີພື້ນຖານເສດຖະກິດການຕະຫຼາດ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ກໍ່ແຈ້ງໃຫ້ຊາບກ່ຽວກັບເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນໄຮ່ຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ, ແມ່ນລະເມີດອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມ ຢ່າງຮ້າຍແຮງ. ລະເມີດກົດໝາຍສາກົນ, ກໍ່ຄວາມຂາດສະຖຽນລະພາບຢູ່ທະເລຕາເວັນອອກ. ທ່ານຮອງປະທານສະພາແຫ່ງຊາດ Antonio Filipe ໃຫ້ຮູ້ວ່າ ກຸ່ມສະມາຊິກສະພາແຫ່ງຊາດພັກກອມມູນິດໃນສະພາແຫ່ງຊາດປອກຕຸຍການ ພວມຕິດຕາມເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນໄຮ່ຢາງ 981 ຢ່າງຜິດກົດໝາຍ, ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບໃນພາກພື້ນ. ທ່ານຢືນຢັນຈະຂົນຂວາຍ, ໂຄສະນາໃຫ້ບັນດາພັກໃນສະພາແຫ່ງຊາດປອກຕຸຍການ ເຂົ້າໃຈ, ແບ່ງປັນ ແລະ ສະໜັບສະໜູນຄວາມເປັນທຳ, ສະໜັບສະໜູນການຕໍ່ສູ້ທີ່ເປັນທຳຂອງຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ Antonio Filipe ສະເໜີກັບບັນດາການນຳສະພາແຫ່ງຊາດປອກຕຸຍການ ສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ປອກຕຸຍການ - ຫວຽດນາມ ແລະ ສະເໜີສະພາແຫ່ງຊາດຫວຽດນາມ ສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມ - ປອກຕຸຍການ.