ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບທີ່ວາລະປະຊຸມຂັ້ນສູງສະພາສິດທິມະນຸດສປຊ ຊຸດທີ 55

(VOVWORLD) - ທ່ານ ບຸຍແທັງເຊີນ ມີບົດກ່າວປາໄສສຳຄັນ, ສະແດງໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບໜຶ່ງໃນບັນດາບັນຫາທ້າທາຍທີ່ສຸດເຊິ່ງໂລກພວມປະເຊີນໜ້າ.
ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບທີ່ວາລະປະຊຸມຂັ້ນສູງສະພາສິດທິມະນຸດສປຊ ຊຸດທີ 55 - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ
(ພາບ: TTXVN)

        ວາລະປະຊຸມຂັ້ນສູງສະພາສິດທິມະນຸດສະຫະປະຊາຊາດຊຸດທີ 55, ຈັດຂຶ້ນຢູ່ ເຊີແນວ, ປະເທດ, ສະວິດ, ໄດ້ສິ້ນສຸດລົງໃນວັນທີ 29 ກຸມພາ. ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ນຳໜ້າ ໄດ້ມີບົດກ່າວປາໄສສຳຄັນ, ສະແດງໃຫ້ເຫັນການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບໜຶ່ງໃນບັນດາບັນຫາທ້າທາຍທີ່ສຸດເຊິ່ງໂລກພວມປະເຊີນໜ້າ.

        ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ, ໃນຕອນບ່າຍວັນທີ 29 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ໃຫ້ຮູ້ວ່າ, ບົດກ່າວປາໄສຂອງທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນເຂົ້າຮ່ວມ. ທ່ານນາງ ຟ້າມທູຮັ່ງ ຢືນຢັນວ່າ:

        “ເລື່ອງເຂົ້າຮ່ວມວາລະປະຊຸມຂັ້ນສູງຄັ້ງນີ້ຂອງ ຫວຽດນາມ ແມ່ນເພື່ອສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ພ້ອມທັງສະແດງບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ມີການປະກອບສ່ວນຢ່າງຕັ້ງໜ້າທີ່ສະພາສິດທິມະນຸດສະຫະປະຊາຊາດ. ຜ່ານນັ້ນ, ກໍ່ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ, ກໍຄືປັບປຸງ, ເພີ່ມທະວີການພົວພັນຮ່ວມມືຂອງ ຫວຽດນາມ ກັບສະຫະປະຊາຊາດ ກໍຄືບັນດາປະເທດເຂົ້າຮ່ວມວາລະປະຊຸມຂັ້ນສູງ”.

ຕອບກັບ

ຂ່າວ/ບົດ​ອື່ນ