ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂສິ່ງທ້າທາຍໃນພາກພື້ນ, ທົ່ວໂລກ

(VOVWORLD) - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີຈໍ, ຕອນຄ່ຳວັນທີ 31 ມັງກອນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງງານພົບປະສັງສັນຄະນະທູຕານຸທູດ. 
ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂສິ່ງທ້າທາຍໃນພາກພື້ນ, ທົ່ວໂລກ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ

ເຂົ້າຮ່ວມມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ; ການນຳນະຄອນ ຮ່າໂນ້ຍ; ຜູ້ຕາງໜ້າຄະນະທູຕານູທຸດບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນປະຈຳ ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງໃຫ້ຮູ້ວ່າ:

        “ພວກເພື່ອນໄດ້, ພວມ ແລະ ຈະຮ່ວມກັບພວກຂ້າພະເຈົ້າ ສ້າງອະນາຄົດອັນສວຍສົດງົດງາມກ່ວາໃຫ້ພາກພື້ນ ແລະ ໂລກໃຫ້ເປັນຮູບປະທຳ. ການສະໜັບສະໜູນ ແລະ ການຮ່ວມມືຂອງພວກເພື່ອນ ແມ່ນສິ່ງທີ່ຂາດບໍ່ໄດ້ ເພືຶ່ອໃຫ້ ຫວຽດນາມ ເຮັດໃຫ້ບັນດາສາຍພົວພັນສາກົນເລິກເຊິ່ງກ່ວາອີກ ກໍ່ຄືເພື່ອໃຫ້ ຫວຽດນາມ ມຸ່ງໄປເຖິງໜ້າທີ່ໃຫຍ່ກ່ວາ ໃນໄລຍະຈະມາເຖິງຄື: ອອກສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 2021, ດຳ ລົງຕຳແໜ່ງເປັນປະທານ ອາຊຽນ 2020, ປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ສຳເລັດຜົນ”.

ຕອບກັບ

ຂ່າວ/ບົດ​ອື່ນ