ຫວຽດນາມ ປະຕິບັດນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການລົບລ້າງອາວຸດລ້າງຜານ

(VOVWORLD) -ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາພ້ອມກັບບັນດາປະເທດຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ແກ້ໄຂບັນດາບັນຫາຢູ່ພາກພື້ນ, ໃນນັ້ນມີເລື່ອງປະຕິບັດບັນດາມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ແລະ ກອງປະຊຸມສະພາຄວາມໝັ້ນຄົງ.
ຫວຽດນາມ ປະຕິບັດນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການລົບລ້າງອາວຸດລ້າງຜານ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ
(ພາບ: baoquocte.vn)

ວັນທີ 11 ຕຸລາ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືລວມປະຈຳປີຂອງຄະນະກຳມະການຫຼຸດຜ່ອນກຳລັງອາວຸດ ແລະ ຄວາມໝັ້ນຄົງສາກົນ (ຄະນະກຳມະການ 1) ຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76. ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ເນັ້ນໜັກວ່າ, ຫວຽດນາມ ສືບຕໍ່ໃຫ້ຄຳໝັ້ນສັນຍາພ້ອມກັບບັນດາປະເທດຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ແກ້ໄຂບັນດາບັນຫາຢູ່ພາກພື້ນ, ໃນນັ້ນມີເລື່ອງປະຕິບັດບັນດາມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ແລະ ກອງປະຊຸມສະພາຄວາມໝັ້ນຄົງ. ຫວຽດນາມ ປະຕິບັດນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບການຕ້ານການແຜ່ຂະຫຍາຍ, ຫຼຸດຜ່ອນອາວຸດລ້າງຜານ, ມຸ່ງໄປເຖິງການລົບລ້າງອາວຸດລ້າງຜານ.

        ທ່ານເອກອັກຄະລັດຖະທູດສະເໜີໃຫ້ບັນດາປະເທດຮ່ວມມື, ສ້າງບັນດາຂໍ້ກຳນົດມາດຕະຖານລວມເຫັນດີເຫັນພ້ອມກ່ຽວກັບການກະທຳໂດຍມີຄວາມຮັບຜິດຊອບ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍລວມໃຫ້ເໝາະສົມກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ