ຫວຽດນາມ ປາດຖະຫນາຢາກໃຫ້ບົດລາຍງານການອົບພະຍົບຂອງອາເມລິກາ ມີຄວາມພາວະວິໄສ, ຊັດເຈນ

(VOVWORLD) -ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນກັບຝ່າຍ ອາເມລິກາ ແລະ ບັນດາຝ່າຍກ່ຽວຂ້ອງກ່ຽວກັບບັນດາບັນຫາຮ່ວມມືລະອຽດ ເພື່ອພ້ອມກັນຜັນຂະຫຍາຍວຽກງານປ້ອງກັນ ຕ້ານການຄ້າມະນຸດໃຫ້ມີປະສິດທິຜົນ.
ຫວຽດນາມ ປາດຖະຫນາຢາກໃຫ້ບົດລາຍງານການອົບພະຍົບຂອງອາເມລິກາ ມີຄວາມພາວະວິໄສ, ຊັດເຈນ - ảnh 1ທ່ານນາງ ຟ້າມທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ 

ວັນທີ 22 ມິຖຸນາ, ຢູ່ ຮ່າໂນ້ຍ ໃນການຖະແຫລງຂ່າວນັດສາມັນ ຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວ ທີ່ກ່ຽວຂ້ອງເຖິງບົດລາຍງານກ່ຽວກັບສະພາບການຄ້າມະນຸດທົ່ວໂລກຂອງກະຊວງການຕ່າງປະເທດ ອາເມລິກາ ຍົກອອກມາໃນອາທິດຜ່ານມາ, ທ່ານນາງ ຟ້າມທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ປາດຖະຫນາຢາກໃຫ້ຝ່າຍ ອາເມລິກາ ສືບຕໍ່ມີການຕີລາຄາພາວະວິໄສ, ຊັດເຈນ ກ່ຽວກັບບັນດາຄວາມມານະພະຍາຍາມຂອງ ຫວຽດນາມໃນການເຄື່ອນໄຫວອົບພະຍົບ, ໃນການຄ້າມະນຸດ. ທ່ານນາງ ຟ້າມທິທູຮັ່ງ ໃຫ້ຮູ້ວ່າ:

 “ລັດຖະບານ ຫວຽດນາມ ມີແຜນນະໂຍບາຍຊຸກຍູ້ການອົບພະຍົບຢ່າງຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະມີຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງເດັດດ່ຽວຕໍ່ສູ້ປ້ອງກັນຕ້ານການອົບພະຍົບຜິດກົດໝາຍ, ສົ່ງຜູ້ໄປອົບພະຍົບຜິດກົດໝາຍ ແລະ ການຄ້າມະນຸດ. ຫວຽດນາມກໍ່ພວມມານະພະຍາຍາມປັບປຸງສະພາບແວດລ້ອມການອົບພະຍົບຢ່າງໂປ່ງໃສຈະແຈ້ງ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວອົບພະຍົບ, ສະກັດກັ້ນການເຄື່ອນໄຫວການຄ້າມະນຸດໃນການອົບພະຍົບສາກົນ. ຫວຽດນາມ ປາດຖະຫນາຢາກສອງຝ່າຍສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນໃນໄລຍະຈະມາເຖິງ ເພື່ອໃຫ້ຝ່າຍ ອາເມລິກາ ມີການຕີລາຄາຢ່າງພາວະວິໄສ, ຊັດເຈນ, ຮອບດ້ານກວ່າອີກກ່ຽວກັບຄວາມມານະພະຍາຍາມແທ້ຈິງຂອງ ຫວຽດນາມ”

ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມຢືນຢັນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນກັບຝ່າຍ ອາເມລິກາ ແລະ ບັນດາຝ່າຍກ່ຽວຂ້ອງກ່ຽວກັບບັນດາບັນຫາຮ່ວມມືລະອຽດ ເພື່ອພ້ອມກັນຜັນຂະຫຍາຍວຽກງານປ້ອງກັນ ຕ້ານການຄ້າມະນຸດໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ