ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ

ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ - ảnh 1
ທ່ານເອກ​ອັກຄະ​ລັດຖະທູດ ຫວຽດນາມ
ປະຈຳ ອາ​ເມ​ລິ​ກາ  ຟ້າ​ມກວາງ​ວີ​ງ

(vovworld) – ​ ຫວ່າງ​ແລ້ວ​ນີ້ ທ່ານເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ  ຟ້າ​ມກວາງ​ວີ​ງ ມີ​ການ​ພົບ​ປະ​ກັບ​ທ່ານ Ted Yoho ສະມາຊິກ​ສະພາ​ຕ່ຳ, ປະທານອະນຸ​ກຳມາ​ທິການ ອາຊີ - ປາຊີ​ຟິກ ຂຶ້ນ​ກັບ​ກຳມາ​ທິການການ​ຕ່າງປະ​ເທດ​ຂອງສະພາ​ຕ່ຳ ອາ​ເມ​ລິ​ກາ. ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວີ​ງ ຕີ​ລາຄາ​ສູງການ​ສະໜັບສະໜູນ​ຂອງ​ອະນຸ​ກຳ​ມາ​ທິການ ​ແລະ ຂອງ​ທ່ານ Ted Yoho ​ໃນ​ນາມ​ສ່ວນ​ຕົວ ສຳລັບ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ, ​ແຈ້ງ​ໃຫ້​ທ່ານ​ປະທານ​ອະນຸ​ກຳມາ​ທິການ​ຊາບ​ກ່ຽວ​ກັບ​ສະພາບ​ການພັດທະນາ, ພາລະກິດ​ປ່ຽນ​ໃໝ່ ​ແລະ ນະ​ໂຍບາຍ​ການ​ທູດ​ຂອງ ຫວຽດນາມ ​ແລະ ຢືນຢັນ​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ພ້ອມ​ກັບ​ສະພາ​ແຫ່ງ​ຊາດ, ອຳນາດ​ການ​ປົກຄອງ​ໃໝ່​ຂອງ ອາ​ເມ​ລິ​ກາ ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ. ທ່ານສະມາຊິກ​ສະພາ​ຕ່ຳ Ted Yoho ສະ​ແດງ​ຄວາມ​ປິ​ຕິ​ຊົ​​ມຊື່ນຕໍ່​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຮອບ​ດ້ານຂອງ​ການ​ພົວພັນ 2 ປະ​ເທດ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ຮ່ວມ​ມື​ເສດຖະກິດ ​ແລະ ການ​ສຶກສາ - ບຳລຸງ​ສ້າງ. ທ່ານສະມາຊິກ​ສະພາ​ຕ່ຳ Ted Yoho ກໍ່​ຕີ​ລາຄາ​ສູງຜົນສຳ​ເລັດ​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ​ອາ​ໄສ​ຢູ່ ອາ​ເມ​ລິ​ກາ ​ເວົ້າ​ລວມ ​ແລະ ລັດ Florida ​ແຫ່ງ​ທີ່​ທ່ານ​ເປັນ​ຕົວ​ແທນ​ເວົ້າ​ສະ​ເພາະ. ທ່ານສະມາຊິກ​ສະພາ​ຕ່ຳຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຖື​ເປັນ​ສຳຄັນ​ທີ່​ສຸ​ດການ​ພົວພັນ​ຮ່ວມ​ມື​ກັບ​ພາກ​ພື້ນ ອາຊີ - ​ປາຊີ​ຟິກ, ​ໃນ​ນັ້ນ​ ມີ​ບັນດາ​ຄູ່​ຮ່ວມ​ມື ອາ​ຊຽນ ​ແລະ ຫວຽດນາມ; ສະໜັບສະໜູນ​ເລື່ອງ​ຮ່ວມ​ມື​ຮັບປະກັນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ທະ​ເລ​ຕາ​ເວັນ​ອອກ; ຕີ​ລາຄາ​ສູງ​ບົດບາດ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ, ​ໃນ​ນັ້ນ ​ມີ​ການເປັນ​ເຈົ້າ​ພາບຈັດ​ຕັ້ງ​ປີ APEC 2017 ສຳ​ເລັດ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ