ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຮັກ​ສາ​ສາຍ​ພົວ​ພັນ​ດ້ານ​ການ​ຄ້າ​ກັບ ອາ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ

(VOVWORLD) - ບັນດາອົງການຄຸ້ມຄອງຂອງສອງປະເທດເວົ້າລວມ ແລະ ລະຫວ່າງກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ USTR ເວົ້າສະເພາະ ຕ້ອງມີການເຄື່ອນໄຫວຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກ ເພື່ອຜັນຂະຫຍາຍ ແລະ ປະຕິບັດວິໄສທັດຂອງການນຳຂັ້ນສູງໃຫ້ປະກົດຜົນເປັນຈິງ. 
ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຮັກ​ສາ​ສາຍ​ພົວ​ພັນ​ດ້ານ​ການ​ຄ້າ​ກັບ ອາ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ - ảnh 1ບັນຍາກາດການເຮັດວຽກ (ພາບ: TTXVN)

ໃນຂອບເຂດການເຄື່ອນໄຫວຢູ່ ອາເມລິກາ, ໂດຍຕິດຕາມທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ເຂົ້າຮ່ວມບັນດາການເຄື່ອນໄຫວສອງຝ່າຍ ແລະ ຫຼາຍຝ່າຍຫວ່າງມໍ່ໆມານີ້ຢູ່ນະຄອນຫຼວງ ວໍຊິງຕັນ (ອາເມລິກາ), ທ່ານນາງຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຟານທິຖັງ  ໄດ້ມີການເຮັດວຽກກັບທ່ານນາງ Sarah Elleman, ຊ່ວຍວຽກຜູ້ຕາງໜ້າການຄ້າ ອາເມລິກາ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ (USTR).

        ທີ່ການເຮັດວຽກ, ບັນດາອົງການຄຸ້ມຄອງຂອງສອງປະເທດເວົ້າລວມ ແລະ ລະຫວ່າງກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ USTR ເວົ້າສະເພາະ ຕ້ອງມີການເຄື່ອນໄຫວຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າອີກ ເພື່ອຜັນຂະຫຍາຍ ແລະ ປະຕິບັດວິໄສທັດຂອງການນຳຂັ້ນສູງໃຫ້ປະກົດຜົນເປັນຈິງ, ສ້າງບັນນດາເປົ້າໝາຍພັດທະນາໃຫ້ສົມກັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ