ຫວຽດນາມ ພ້ອມແລ້ວ ສະຫນັບສະຫນູນກຸ່ມບໍລິສັດປະກັນໄພ Swiss Re ເປີດກວ້າງຕະຫລາດ

ຫວຽດນາມ ພ້ອມແລ້ວ ສະຫນັບສະຫນູນກຸ່ມບໍລິສັດປະກັນໄພ Swiss Re ເປີດກວ້າງຕະຫລາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຕ້ອນຮັບ​ທ່ານ Martyn Parker
ພາບ:internet

(vovworld) -  ວັນ​ທີ 19/3, ທີ່​ການ​ຕ້ອນຮັບ​ທ່ານ Martyn Parker ປະທານ​ຄະນະ​ກຳມະການ​ຮ່ວມ​ມື​ທົ່ວ​ໂລກ ກຸຸ່ມບໍລິສັດ​​ປະກັນ​ໄພ Swiss Re ສະຫວິດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ໄດ້​ເນັ້ນ​ຫນັກ​ເຖິງ​ຕະຫລາດ​ປະກັນ​ໄພ​ທີ່ເປີດ​ປະຕູ​ແຕ່​ປີ 1993, ປະຈຸ​ບັນ ຫວຽດນາມ ມີວິ​ສາ​ຫະກິດ 57 ​ແຫ່ງ​ພວມ​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດ ປະກັນ​ຊີວິດ, ປະກັນ​ບໍ່​ແມ່ນ​ຊີວິດ, ​ປະກັນ​ໄພ, ນາຍ​ຫນ້າ ​ແລະ ອື່ນໆ. ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ສະ​ເລ່ຍຂອງ​ຕະຫລາດ​ໃນ​ໄລຍະ 5 ປີຜ່ານມາ ບັນລຸ 23-25%. ສະ​ນັ້ນ ຫວຽດນາມ ພ້ອມ​ແລ້ວທີ່ຈະ​ສະໜັບ​ສະ​ຫນູນ​ກຸ່ມ​ບໍລິສັດປະກັນໄພ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ ​ແລະ ມີ​ອິດທິພົນຊື່​ສຽງ​ຄື Swiss Re ຜັນ​ຂະຫຍາຍ​ການ​ປະຕິບັດ​ໂຄງການ​ຢູ່ ຫວຽດນາມ ​ໂດ​ຍ​ໄວ. ກຸ່ມ​ບໍລິສັດ Swiss Re ໝັ້ນ​ໝາຍ​ຮ່ວມ​ມື​ກັບ​ກະຊວງ​ການ​ເງິນ ສ້າງ​ແຜນການ​ຮັບ​ມື​ກັບ​ຄວາມ​ສ່ຽງ. ທ່ານ Martyn Parker ປາດ​ຖະຫນາ​ວ່າ ​ລັດຖະບານ ຫວຽດນາມ ຈະຫນູນ​ຊ່ວຍ, ຊ່ວຍ​ເຫລືອ​ກຸ່ມ​ບໍລິສັດ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ປະກັນ​ໄພ​ຢູ່ ຫວຽດນາມ, ປະກອບສ່ວນ​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ເປັນ​ປົກກະຕິ.

ຂ່າວ/ບົດ​ອື່ນ