ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງແທດຈິງ ຢູ່ເວທີປາໄສພັດທະນາຂອງ ສປຊ
(VOVWORLD) - ຫວຽດນາມ ພ້ອມແລ້ວທີ່ປະກອບສ່ວນຢ່າງແທດຈິງຢູ່ ເວທີປາໄສພັດທະນາຂອງ ສປຊ. ນີ້ແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໃນການເຮັດວຽກກັບທ່ານ ລິວເຈນໝິນ, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາເສດຖະກິດ, ສັງຄົມ ໃນວັນທີ 12 ເມສາ, ຢູ່ ນິວຢອກ, ອາເມລິກາ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ແລະ ທ່ານ ລິວເຈນໝິນ, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາເສດຖະກິດ, ສັງຄົມ |
ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ຢັ້ງຢືນວ່າ ສັນຕິພາບ, ສະຖຽນລະພາບ ແມ່ນເງື່ອນໄຂຕັດສິນຊີ້ຂາດແກ່ການພັດທະນາແບບຍືນຍົງ, ຕາມນັ້ນແລ້ວ, ປະຊາຄົມສາກົນຕ້ອງສາມັກຄີ, ຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາໃນປັດຈຸບັນ ເພື່ອແນໃສ່ຊຸກຍູ້ການປະຕິບັດໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງໃນປີ 2030. ດັ່ງນັ້ນ, ຫວຽດນາມ ຢາກຮ່ວມມືກັບ ກົມເສດຖະກິດ - ສັງຄົມ ຂອງ ຄະນະເລຂາ ສປຊ (DESA) ຢ່າງແໜ້ນແຟ້ນ, ພິເສດໃນບັນຫາ ທີ່ຫວຽດນາມ ມີຄວາມສົນໃຈຄືການເຄື່ອນໄຫວເພື່ອດິນຟ້າອາກາດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຊຸກຍູ້ການສຶກສາ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ.
ສ່ວນທ່ານຮອງເລຂາທິການໃຫຍ່ ສປຊ ລິວເຈນໝິນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງສະໜັບສະໜູນ ສປຊ ແລະ DESA ໃນບັນຫາຕ່າງໆທີ່ກ່ຽວຂ້ອງ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.
ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ.