ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດ GMS ຊຸກຍູ້ການຮ່ວມມືຢ່າງຮອບດ້ານ
ກອງປະຊຸມລັດຖະມົນຕີອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 19
(ພາບ: kpl.net.la)
(vovworld) – ວັນທີ 11/12, ກອງປະຊຸມລັດຖະມົນຕີອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 19 ຖືກດຳເນີນຢູ່ນະຄອນຫຼວງວຽງຈັນ.
ກອງປະຊຸມໄດ້ຮັບຮອງເອົາຂອບເຂດການລົງທຶນຂັ້ນພາກພື້ນ (RIF) ດ້ວຍກວ່າ 200 ໂຄງການເຊິ່ງນອນໃນ 10 ຂົງເຂດ ເພື່ອແນໃສ່ເພີ່ມທະວີການຜັນຂະຫຍາຍບັນດາໂຄງການໃນອະນຸພາກພື້ນຢ່າງມີປະສິດທິຜົນກວ່າອີກ. ນີ້ແມ່ນຂອບເຂດການລົງທຶນທີ່ມີລັກສະນະເປີດ ແລະ ຈະໄດ້ຮັບການເພີ່ມເຕີ່ມ, ປັບປຸງໃນແຕ່ລະປີ, ແມ່ນພື້ນຖານກຳນົດທິດເພື່ອໃຫ້ ADB ຮຽກຮ້ອງບັນດານັກລົງທຶນອື່ນເຂົ້າມາລົງທຶນໃຫ້ແກ່ GMS. ຄາດຄະເນວ່າ RIF ແມ່ນປະມານ 50 – 60 ຕື້ USD.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນເທ໋ເຟືອງ ເນັ້ນໜັກວ່າ ເລື່ອງ RIF ໄດ້ຮັບການຮັບຮອງເອົາແມ່ນຂີດໝາຍສຳຄັນໃນຂອບເຂດການຮ່ວມມື GMS ໄລຍະ 2012 – 2022 ແລະ ສະເໜີໃຫ້ບັນດາຝ່າຍເພີ່ມທະວີການຮ່ວມມືເພື່ອໃຫ້ GMS ມີລັກສະນະຮ່ວມສຳພັນຢ່າງແໜ້ນແຟ້ນກວ່າ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດອະນູພາກພື້ນແມ່ນນ້ຳຂອງເປີດກວ້າງ ກໍ່ຄືບັນດາຄູ່ຮ່ວມມືພັດທະນາ, ພາກເອກະຊົນ ກໍ່ຄືບັນດາຝ່າຍທີ່ກ່ຽວຂ້ອງເພື່ອບັນລຸໄດ້ວິໄສທັດ ແລະ ຈຸດໝາຍຂອງ GMS.