ຫວຽດນາມ ມີກາລະໂອກາດເຂົ້າຮ່ວມ World Cup 2022 ຖ້າຫາກ FIFA ເພີ່ມຈຳນວນທິມບານເຕະເຂົ້າຮ່ວມການແຂ່ງຂັນ

(VOVWORLD) -ຕາມສະຫະພັນກຳມະບານຫວຽດນາມ (VFF) ແລ້ວ, ທິມບານເຕະຫວຽດນາມ ຈະມີກາລະໂອກາດເຂົ້າຮ່ວມ World Cup ຖ້າຫາກ ສະຫະພັນບານເຕະໂລກ (FIFA) ຕົກລົງເພີ່ມຈຳນວນທິມບານເຕະເຂົ້າຮ່ວມ World Cup 2022 ຢູ່ກາຕາ ຂຶ້ນເຖິງ 48 ທິມ, ປະຈຸບັນເຊິ່ງມີພຽງ 32 ທິມ.

ທ່ານຮອງປະທານ VFF ກາວວັນຈ໊ອງ, ຊີ້ແຈ້ງວ່າ, ທີ່ກອງປະຊຸມບານເຕະຂັ້ນສູງ FIFA 2018 – 2019 ເຊິ່ງຫາກໍ່ດຳເນີນຢູ່ຕວກກີ ນັ້ນ, FIFA ໄດ້ສຳຫຼວດຄຳເຫັນຂອງບັນດາອົງການຈັດຕັ້ງບານເຕະ ກ່ຽວກັບແນວຄວາມຄິດ ກໍ່ຄືລັກສະນະຄວາມເປັນໄປໄດ້ຂອງເລື່ອງ ເພີ່ມທິມບານເຕະເຂົ້າຮ່ວມ World Cup 2022 ຂຶ້ນເປັນ 48 ທິມ. ຕາມນັ້ນແລ້ວ, ມີບັດເຫັນດີ 9/12 ບັດທີ່ຕາງໜ້າອົງການຈັດຕັ້ງບານເຕະໂລກທີ່ເຂົ້າຮ່ວມກອງປະຊຸມ ສະໜັບສະໜູນແນວຄວາມຄິດດັ່ງກ່າວຂອງ FIFA ຍ້ອນຈະນຳມາເຊິ່ງກາລະໂອກາດຫຼາຍກວ່າໃຫ້ແກ່ບັນດາພື້ນຖານບານເຕະທີ່ພວມພັດທະນາ, ໃນນັ້ນມີຫວຽດນາມ. ທ່ານ Gianni Infantino, ປະທານ FIFA ສະແດງໃຫ້ເຫັນຄວາມປະເອີບໃຈຕໍ່ເລື່ອງເພີ່ມຈຳນວນທິມບານເຕະເຂົ້າຮ່ວມ World Cup 2022 ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ