ຫວຽດ​ນາມ ມີ​ນັກ​ກິ​ລາ 19 ຄົນ​ເຂົ້າ​ຮ່ວມ Paralympic Tokyo

(VOVWORLD) -ຄະນະຈະເດີນທາງໄປເຂົ້າຮ່ວມ Paralympic Tokyo ຢ່າງເປັນທາງການນັບແຕ່ວັນທີ 18 ສິງຫາ. ເພື່ອກະກຽມ ໃຫ້ແກ່ເຫດການກິລາສຳຄັນນີ້ຢ່າງລອບຄອບຖີ່ຖ້ວນນັ້ນ, ບັນດານັກກິລາໄດ້ເຕົ້າໂຮມກັນຝຶກຊ້ອມແຕ່ຕົ້ນປີ 2020 ຢູ່ສູນຝຶກຊ້ອມກິລາແຫ່ງຊາດ ນະຄອນໂຮ່ຈີມິນ ແລະ ສູນຝຶກຊ້ອມກິລາແຫ່ງຊາດ ດ່ານັ້ງ.
ຫວຽດ​ນາມ ມີ​ນັກ​ກິ​ລາ 19 ຄົນ​ເຂົ້າ​ຮ່ວມ Paralympic Tokyo - ảnh 1ພາບປະກອບ: Getty Images

ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຮົ່ງມິງ ຮອງຫົວໜ້າກົມໃຫຍ່ກິລາກາຍຍະກຳ (ຂຶ້ນກັບ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ) ໄດ້ມີການເຮັດວຽກກັບສະຫະສະມາຄົມ  Paralympic ຫວຽດນາມ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ກ່ຽວກັບການເຂົ້າຮ່ວມງານມະຫາກຳກິລາລະດູຮ້ອນ Paralympic Tokyo ໃນໄລຍະຈະມາເຖິງ. ຕາມກົມໃຫຍ່ກິລາກາຍຍະກຳ ແລ້ວ, ຄະນະຈະມີສະມາຊິກ 19 ຄົນ, ໃນນັ້ນມີ ນັກກິລາ 11 ຄົນ.

ຄະນະຈະເດີນທາງໄປເຂົ້າຮ່ວມ Paralympic Tokyo ຢ່າງເປັນທາງການນັບແຕ່ວັນທີ 18 ສິງຫາ. ເພື່ອກະກຽມ ໃຫ້ແກ່ເຫດການກິລາສຳຄັນນີ້ຢ່າງລອບຄອບຖີ່ຖ້ວນນັ້ນ, ບັນດານັກກິລາໄດ້ເຕົ້າໂຮມກັນຝຶກຊ້ອມແຕ່ຕົ້ນປີ 2020 ຢູ່ສູນຝຶກຊ້ອມກິລາແຫ່ງຊາດ ນະຄອນໂຮ່ຈີມິນ ແລະ ສູນຝຶກຊ້ອມກິລາແຫ່ງຊາດ ດ່ານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ