ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ສະສົມ 464 ຄົນ

(VOVWORLD) -ຈໍານວນຜູ້ຕິດເຊື້ອໃໝ່ພາຍໃນປະເທດ ແຕ່ວັນທີ 25 ກໍລະກົດ ຮອດວັນທີ 30 ກໍລະກົດ ແມ່ນ 48 ກໍລະນີ, ແຕ່ຍັງບໍ່ທັນມີຜູ້ໃດເສຍຊີວິດເທື່ອ.
ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ສະສົມ 464 ຄົນ - ảnh 1 ໄລ່ຮອດເວລາ 18 ໂມງ ຂອງວັນທີ 30 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ສະສົມ 464 ຄົນ (ພາບ: suckhoedoisong.vn)

        ໄລ່ຮອດເວລາ 18 ໂມງ ຂອງວັນທີ 30 ກໍລະກົດ, ຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ສະສົມ 464 ຄົນ, ໃນນັ້ນມີຜູູ້ຕິດເຊື້ອຈໍານວນ 276 ຄົນ ແມ່ນກັບມາຈາກຕ່າງປະເທດ ແລະ ຖືກແຍກຕົວເມື່ອເຂົ້າເມືອງຫວຽດນາມ ໃນທັນທີ. ຈໍານວນຜູ້ຕິດເຊື້ອໃໝ່ພາຍໃນປະເທດ ແຕ່ວັນທີ 25 ກໍລະກົດ ຮອດວັນທີ 30 ກໍລະກົດ ແມ່ນ 48 ກໍລະນີ, ແຕ່ຍັງບໍ່ທັນມີຜູ້ໃດເສຍຊີວິດເທື່ອ. 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ