ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກໜຶ່ງຄົນເຊິ່ງກັບມາຈາກປະເທດ ຄູເວດ

(VOVWORLD) -ຫວຽດນາມ ໄດ້ມີກໍລະນີຕິດເຊື້ອໂຄວິດ-19 ຄົນໃໝ່, ນັ້ນແມ່ນຜູ້ຊາຍທີ່ກັບມາຈາກປະເທດ ຄູເວດ.

ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ຕື່ມອີກໜຶ່ງຄົນເຊິ່ງກັບມາຈາກປະເທດ ຄູເວດ - ảnh 1 ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 335 ຄົນ,

ໃນນັ້ນ 325 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ

(ພາບອິນເຕີແນັດ)

ຕອນເຊົ້າວັນທີ 17 ມິຖຸນາ, ຫວຽດນາມ ໄດ້ມີກໍລະນີຕິດເຊື້ອໂຄວິດ-19 ຄົນໃໝ່, ນັ້ນແມ່ນຜູ້ຊາຍທີ່ກັບມາຈາກປະເທດ ຄູເວດ. ກະຊວງສາທານະລະສຸກຫວຽດນາມ ໃຫ້ຮູ້ວ່າ, ຄົນເຈັບທີ 335 ນີ້ ໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ ຄູເວດ ເປັນເວລາ 2 ປີ. ວັນທີ 16 ມິຖຸນາ, ຄົນເຈັບນີ້ໄດ້ເດີນທາງມາຈາກ ຄູເວດ (ຜ່ານແດນ ກາຕາ) ກັບມາຫວຽດນາມ ໂດຍຜ່ານສະໜາມບິນ ເຕິນເຊີນເຍິ໊ດ, ນະຄອນໂຮ່ຈີມິນ. ປະຈຸບັນ, ຄົນເຈັບດັ່ງກ່າວພວມຖືກແຍກຕົວ, ປິ່ນປົວຢູ່ໂຮງໝໍ ເຂດຮ້ອນສູນກາງ ນະຄອນໂຮ່ຈີມິນ.

        ສະນັ້ນ, ໄລ່ຮອດເວລາ 6 ໂມງຂອງວັນທີ 17 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 335 ຄົນ, ໃນນັ້ນ 325 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ.

        ສ່ວນຢູ່ໃນໂລກ, ຕາມຕົວເລກສະຖິຕິຂອງເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 17 ມິຖຸນາ (ຕາມເວລາຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກແມ່ນກວ່າ 8,2 ລ້ານຄົນ, ໃນນັ້ນມີເກືອບ 446.000 ຄົນເສຍຊີວິດ ແລະ  4,3 ລ້ານຄົນໄດ້ຮັບການປິ່ນປົນຫາຍດີເປັນປົກກະຕິ.

        ຜູ້ຕິດເຊື້ອໂຄວິດ- 19 ຢູ່ເອີລົບ ສືບຕໍ່ມີທ່າອ່ຽງຫຼຸດລົງ, ໃນຂະນະນັ້ນ ຢູ່ທະວີບອາເມລິກາ, ພິເສດແມ່ນ ບຣາຊິນ ແລະ ອາເມລິກາ ສືບຕໍ່ເພີ່ມຂຶ້ນຢ່າງແຮງ.

        ຢູ່ອາຊີ ພວມປະເຊີນໜ້າກັບຄວາມສ່ຽງໂລກລະບາດໂຄວິດ-19 ຈະແຜ່ລະບາດຄັ້ງທີ 2, ເມື່ອກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຢູ່ຈີນ, ສ.ເກົາຫຼີ, ອີຣານ, ອິນໂດເນເຊຍ…

        ສ່ວນຢູ່ຕາເວັນອອກກາງ, ອຳນາດການປົກຄອງອີຣານ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນຫຼາຍກວ່າ 9.000 ກໍລະນີແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ