ຫວຽດນາມ ມານະ ພະຍາຍາມຫລຸດຜ່ອນ ການນຳເຂົ້າເກີນດຸນຈາກຕະຫຼາດຈີນ
(ພາບປະກອບ: http://nld.com.vn)
(vovworld)- ທີ່ການປະຊຸມຂ່າວຈັດຂຶ້ນໃນຕອນບ່າຍວັນທີ 2/6, ຜູ້ຕາງໜ້າກະຊວງອຸດສາຫະກຳການຄ້າຫວຽດນາມ ຢືນຢັນວ່າ: ການພົວພັນແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ-ຈີນ ຍັງດຳເນີນໄປເປັນປົກກະຕິ. ແຕ່ເຖິງແນວນັ້ນກໍ່ຕາມ, ໃນໄລຍະຍາວນານ, ຫວຽດນາມ ຈະມີບັນດາມາດຕະການແກ້ໄຂຢ່າງຂ້ຽວຂາດເພື່ອແນໃສ່ເພີ່ມການສົ່ງອອກ, ຫລຸດຜ່ອນການນຳເຂົ້າເກີນດຸນຈາກຕະຫຼາດຈີນ. ທ່ານໂດ້ທັງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ:
“ຢາກຫລຸດຜ່ອນການນຳເຂົ້າເກີນດຸນ, ຕ້ອງເພີ່ມຂຶ້ນການສົ່ງອອກ, ຫລຸດຜ່ອນການນຳເຂົ້າ. ປະຈຸບັນ, ພວກເຮົາພວມເພີ່ມການສົ່ງອອກເປັນຢ່າງດີ, ນັ້ນແມ່ນວິທີປະຕິບັດທີ່ມີປະສິດທິຜົນເພື່ອຫລຸດຜ່ອນການນຳເຂົ້າເກີນດຸນ. ມາດຕະການທີ່ປະຈຸບັນພວມເຮັດນັນແມ່ນດຳເນີນການຂົນຂວາຍຊາວຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ. ຖ້າພົນລະເມືອງຫວຽດນາມ ທຸກຄົນນຳໃຊ້ສິນຄ້າຫວຽດນາມ ຈະສ້າງວົງເງິນການຄ້າບໍ່ແມ່ນໜ້ອຍ“./.