ຫວຽດນາມ ມານະພະຍາຍາມ ຮ່ວມມືກັບປະຊາຄົມສາກົນ ເພື່ອບັນລຸໃຫ້ໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງໃນປີ 2030

(VOVWORLD) - ທ່ານ ຫງວຽນຮ່ວາງງວຽນ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງເພີ່ມທະວີການຮ່ວມມື ແລະ ການເຄື່ອນໄຫວສາກົນ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ...
ຫວຽດນາມ ມານະພະຍາຍາມ ຮ່ວມມືກັບປະຊາຄົມສາກົນ ເພື່ອບັນລຸໃຫ້ໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງໃນປີ 2030 - ảnh 1ທ່ານ ຫງວຽນຮ່ວາງງວຽນ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ
(ພາບ:VOV)

ໃນເວລາ 2 ມື້ (ວັນທີ 3 – 4 ຕຸລາ), ຢູ່ນິວຢອກ, ປະເທດ ອາເມລິກາ ໄດ້ດຳເນີນພິທີໄຂຂອງກອງປະຊຸມ ຄະນະກຳມະການ ເສດຖະກິດ - ການເງິນ (ຄະນະກຳມະການ 2) ຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78.

        ກ່າວຄຳເຫັນທີ່ວາລະປຶກສາຫາລືຮ່ວມ, ທ່ານ ຫງວຽນຮ່ວາງງວຽນ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງເພີ່ມທະວີການຮ່ວມມື ແລະ ການເຄື່ອນໄຫວສາກົນ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ນຳໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງກັບຄືນສູ່ການເຄື່ອນໄຫວທີ່ໄດ້ວາງອອກ. ຜູ້ຕາງໜ້າ ຫວຽດນາມ ໄດ້ຮຽກຮ້ອງເພີ່ມທະວີການເຄື່ອນໄຫວໃນ 3 ຂົງເຂດ, ລວມມີ: ກ່ຽວກັບເສດຖະກິດ - ການເງິນ, ຄວນຍູ້ໄວການປະຕິຮູບໂຄງປະກອບການເງິນສາກົນ, ຜັນຂະຫຍາຍບ້ວງເງິນໜູນຊ່ວຍບັນດາເປົ້າໝາຍພັດທະນາແບບຍືນຍົງ ເພື່ອແນໃສ່ປຸກລະດົມແຫຼ່ງກຳລັງໜູນຊ່ວຍບັນດາປະເທດພວມພັດທະນາ. ກ່ຽວກັບບັນດາບັນຫາສັງຄົມ, ຄວນສືບຕໍ່ບຸລິມະສິດລົບລ້າງຄວາມທຸກຍາກ ຜ່ານການເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ, ການລົງທຶນໃຫ້ແກ່ການສຶກສາ, ຮັບປະກັນການເຮັດວຽກຢ່າງໝັ້ນຄົງ ແລະ ສະຫວັດດີການສັງຄົມໃຫ້ປະຊາຊົນທຸກຄົນ. ກ່ຽວກັບດ້ານສິ່ງແວດລ້ອມ, ຄວນຊຸກຍູ້ການກະທຳງເພື່ອດິນຟ້າອາກາດ ແລະ ເພີ່ມທະວີດ້ານການເງິນໃນຂົງເຂດດິນຟ້າອາກາດ, ໜູນຊ່ວຍບັນດາປະເທດພວມພັດທະນາຫັນປ່ຽນພະລັງງານ, ຍູ້ໄວການຜັນຂະຫຍາຍບັນດາເປົ້າໝາຍຂອງແຜນການແມ່ຊີວະນາໆພັນ ຄຸນໝິນ - Montreal.

ຕອບກັບ

ຂ່າວ/ບົດ​ອື່ນ