ຫວຽດນາມ - ມາລົກ ມານະພະຍາຍາມປັບປຸງວົງເງິນການຄ້າ 2 ຝ່າຍ

(VOVWORLD) - ຕອນບ່າຍວັນທີ 19 ທັນວາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາຕ່ຳ ລາຊະອານາຈັກ ມາລົກ Habib Al Malki.
ຫວຽດນາມ - ມາລົກ ມານະພະຍາຍາມປັບປຸງວົງເງິນການຄ້າ 2 ຝ່າຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານສະພາຕ່ຳ ລາຊະອານາຈັກ ມາລົກ Habib Al Malki.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: 2 ປະເທດມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງ ໃນການຮ່ວມມືພັດທະນາບັນດາຂົງເຂດຄື: ພະລັງງານສະອາດ, ການຜະລິດຝຸ່ນຟົດສະຟາດ, ທະນາຄານ, ເຕັກໂນໂລຢີ - ຂໍ້ມູນຂ່າວສານ, ການທ່ອງທ່ຽວ, ກະສິກຳ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກວ່າ 2 ຝ່າຍຄວນແລກປ່ຽນບັນດາບົດຮຽນກ່ຽວກັບທ່າແຮງການພັດທະນາເສດຖະກິດ- ສັງຄົມ, ໜູນຊ່ວຍເພື່ອພ້ອມກັນພັດທະນາ; ພ້ອມກັນນັ້ນ ປັບປຸງວົງເງິນການຄ້າ 2 ຝ່າຍໃຫ້ເພີ່ມຂຶ້ນທົບ 5 ເທື່ອໃນປີ 2018 ຢ່າງວ່ອງໄວ.

        ສ່ວນທ່ານ ປະທານສະພາຕ່ຳ ມາລົກ Habib Al Malki ສະເໜີວ່າ 2 ຝ່າຍສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ 2 ປະເທດເພີ່ມທະວີການພົບປະແລກປ່ຽນ ແລະ ຊອກຫາກາລະໂອກາດຮ່ວມມື. ຝ່າຍ ມາລົກ ກໍ່ປາດຖະໜາຢາກ ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ເປັນຕົ້ນແມ່ນ ປາດຖະໜາຢາກໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະຢ້ຽມຢາມ ປະເທດ ມາລົກ ຢ່າງເປັນທາງການ ເພື່ອເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ