ຫວຽດ​ນາມ ຢັ​້ງ​ຢືນ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃໝ່ ຕື່ມອ​ີກ 3 ກໍ​ລະ​ນີ

(VOVWORLD) -

        ຕາມແຫຼ່ງຂ່າວ ຈາກຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19  ໃຫ້ຮູ້ວ່າ: ໄລ່ຮອດເວລາ 12 ໂມງຂອງວັນທີ 16 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ພາຍໃນປະເທດ ລວມທັງໝົດ 1.373 ກໍລະນີ. ນັບແຕ່ເວລາ 18 ໂມງຂອງວັນທີ 15 ກຸມພາ ຫາ ເວລາ 6 ໂມງ ຂອງວັນທີ 16 ກຸມພາ, ຫວຽດນາມ ຢັ້ງຢືນມີຜູູ້ຕິດເຊື້ອໃໝ່ຕື່ມອີກ 3 ກໍລະນີ, ໃນນັ້ນ ຢູ່ ຫາຍເຢືອງ ມີ 2 ກໍລະນີ ແລະ 1 ກໍລະນີຢູ່ຮ່າໂນ້ຍ ແລະ ມີຜູ້ໄດ້ຮັບການປ່ິນປົວຫາຍດີເປັນປົກກະຕິຕື່ມອີກ 26 ກໍລະນີ.

        ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທ່ງລອງ ໃຫ້ຮູ້ວ່າ , ໃນຮອບເວລາ 16 ວັນຜ່ານມາ, ຈຳນວນຜູ້ຕິດເຊື້ອຢູ່ 12/13 ແຂວງ, ນະຄອນ (ເວັ້ນເສຍແຕ່ ຫາຍເຢືອງ) ພວມມີທ່າອ່ຽງຫຼຸດລົງ. ເພື່ອດຳລົງຊີວິດຢ່າງປອດໄພກັບໂລກລະບາດໂຄວິດ - 19, ປະຊາຊົນຕ້ອງປະຕິບັດຫຼັກການ 5 ຂໍ້ຂອງກະຊວງສາທາລະນະສຸກ ຫວຽດນາມ ນັ້ນແມ່ນ: ໃສ່ຜ້າອັດປາກ - ອັດດັງ, ໃສ່ນ້ຳຢາຂ້າເຊື້ອ , ຮັກສາໄລຍະຫ່າງລະຫວ່າງຄົນກັບຄົນ, ບໍ່ເຕົ້າໂຮມກັນ
ແລະ ແຈ້ງອາການສຸຂະພາບ ແລະ ປະຫວັດການສຳຜັດໄປ - ມາ.

        ນະຄອນຮ່າໂນ້ຍ ກໍຮຽກຮ້ອງໃຫ້ປະຊາຊົນທຸກຄົນຢູ່ທ້ອງຖີ່ນຕ່າງໆເມື່ອມາຮ່າໂນ້ຍ ກໍຕ້ອງແຈ້ງອາການສຸຂະພາບ ແລະ ປະຫວັດການສຳຜັດ ໄປ - ມາ ເພື່ອແນໃສ່ຄວບຄຸມໄດ້ບ່ອນໄປ - ມາຂອງປະຊາຊົນ ໃນໂອກາດບຸນເຕັດ, ກ່ອນທີ່ກັບມາ ນະຄອນຫຼວງ ຮ່າໂນ້ຍ.


ຕອບກັບ

ຂ່າວ/ບົດ​ອື່ນ